ກູບາປະກາດແຜນການສັງລວມເພື່ອຮັບມືກັບEbola

ກູບາປະກາດແຜນການສັງລວມເພື່ອຮັບມືກັບEbola - ảnh 1
ສຳ​ພັນ​ທະ​ມິດ ALBA ຈັດ​ກອງ​ປະ​ຊຸມ​ຢູ່ Havana, Cuba ເພື່ອ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ພະ​ຍາດ Ebola ​ໃນ​ວັນ​ທີ 20/10.
(ພາບ: AFP/TTXVN)

(vovworld) –  ວັນ​ທີ 29/10, ກູ​ບາ ໄດ້​ປະ​ກາດ​ແຜນ​ການ​ຮອບ​ດ້ານ​ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ໂລ​ກ​ພະ​ຍາດ Ebola. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ສາ​ທາ​ລະ​ນາ​ສຸກ​ທີ່​ມາ​ຈາກ 30 ປະ​ເທດ, ​ເຊິ່ງ​ດຳ​ເນີນ​ໄປ​ຢູ່​ນະ​ຄອນຫຼວງ La Habana, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ຜູ້​ທີ່​ໜຶ່ງ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ ກູ​ບາ Jose Angel Portal ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ຮັບ​ມື​ກັບ​ໂລກ​ພະ​ຍາດ Ebola ຂອງ ກູ​ບາ ລວມ​ມີ: ເພີ່ມ​ທະ​ວີ​ການ​ກວດ​ກາ​ຢູ່​ບັນ​ດາ​ດານ​ຊາຍ​ແດນ, ກວ​ດ​ກາ​ບັນ​ດາ​ນັກ​ທ່ອ​ງ​ທ່ຽວ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​ມາ​ຈາກ​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ​​ຈາກໂລ​ກ​ພະ​ຍາດ. ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ກໍ່ໄດ້​ນຳ​ໃຊ້ທັງ​ຢູ່​ບ່ອນ​ເຮັດ​ວຽກ ແລະ ບັນ​ດາ​ສະ​ຖານ​ທີ່​ສາ​ທາ​ລະ​ນະ. ຕາມ​ທ່ານ Jose Angel Portal ແລ້ວ, ເພື່ອ​ປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ​ຢ່າງ​ຄົບ​ຊຸດ, ກູ​ບາ ຕ້ອງ​ສົມ​ທົບ​ລະ​ຫວ່າງກ​ະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ, ອົງ​ການ​ປ້ອງ​ກັນ​ພົນ​ລະ​ເຮືອນ ແລະ​ ອົງ​ການ​ສະ​ເພາະ​ກິດ​ອື່ນໆ. ບົນ​ພື້ນ​ຖານນັ້ນ, ກູ​ບາ ໄດ້​ສ້າງ​ຕັ້ງ​ກຸ່ມ​ເຮັດ​ວຽກ​ດ້ວຍ​ໜ້າ​ທີ່​ຕິດ​ຕາມກວດ​ກາ​ສະ​ພາບ​ການ​ໂລກ​ພະ​ຍາດ​​ໃນລະ​ດັບ​ຊາດ ແລະ ໂລກ.


ຂ່າວ/ບົດ​ອື່ນ