ກູບາປາດຖະໜາຢາກພ້ອມກັບຫວຽດນາມເປີດກ້ວາງການຮ່ວມມືໃນບັນດາຂົງເຂດມີທ່າແຮງ

ກູບາປາດຖະໜາຢາກພ້ອມກັບຫວຽດນາມເປີດກ້ວາງການຮ່ວມມືໃນບັນດາຂົງເຂດມີທ່າແຮງ - ảnh 1
ທ່ານນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ລ​ັດ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ La Habana Lazara Mercedes Lopez ແລະ ທ່ານ​​ລັດ​ຖະ​ມົນ​ຕີ​ການ​ຊ​ວງກໍ່​ສ້າງ ຈິງ​ດິ່ງ​ຢູ້ງ
(ພາບ: Phạm Hoài Nam/Vietnam+)


(​vovworld) – ວັນ​ທີ 14/10, ທ່ານນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ລ​ັດ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ La Habana Lazara Mercedes Lopez, ໄດ​້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 32 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກູ​ບາ - ຫວຽດ​ນາມ ໂດຍ​ທ່ານ​​ລັດ​ຖະ​ມົນ​ຕີ​ການ​ຊ​ວງກໍ່​ສ້າງ ຈິງ​ດິ່ງ​ຢູ້ງ ນຳ​ໜ້າ. ທ່ານນາງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ Mercedes Lopez ຫວັງ​ວ່າ: ດ້ວຍ​ໝາກ​ຜົນ​ບັນ​ລຸ​ໄດ້​ທີ່ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ບານ​ຄັ້ງ​ນີ້, 2 ຝ່າຍ​ຈະ​ເປີດ​ກ້​ວາງ​ທິດ​ທາງ​ໃໝ່​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຊ​ວງກໍ່​ສ້າງ ຈິງ​ດິ່ງ​ຢູ້ງ ເນັ້ນ​ໜັກ​ວ່າ: ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ລະ​ຫວ່າງ​ລັດ​ຖະ​ບານ​ເຖິງ ກູ​ບາ ຄັ້ງ​ນີ້, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຈະ​ສຳຫຼ​ວດ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກ່​ວາ​ກ່ຽວ​ກັບ​ເຂດ​ພັດ​ທະ​ນາ​ພິ​ເສດ Mariel ເພື່ອ​ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ ແລະ ຮ່ວມ​ມື​ກ່​ວາ​ອີກ.

        ຄະ​ນະ​ຜູ້​ແທນ ຫວຽດ​ນາມ ກໍ່​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ ກູ​ບາ Manuel Marrero ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ ແລະ ເປ​ີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຊິ່ງ​ທັງ 2 ຝ່າຍ​ລ້ວ​ນ​ແຕ່​ມີ​ທ່າ​ແຮງ. ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ການ​ນຳ​ນະ​ຄອນ ຮ່າ​ໂນ້ຍ ໄດ​້​ຈັດ​ຕັ້ງ​ພິ​ທີ​ມອບ​ນາ​ມ​ມະ​ຍົດ “ພົນ​ລະ​ເມືອງ​ກິ​ຕິ​ມະ​ສັກ​ຂອງ ຮ່າ​ໂນ້ຍ” ໃຫ້​ທ່ານ Fredesman Turro Gonzalez, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ, ຍ້ອນ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.



ຂ່າວ/ບົດ​ອື່ນ