ກູ​ບາ​ຢັ້ງຢ​ືນ​ການ​ພົວ​ພັນ​ສາ​ມັກ​ຄີ, ກາ​ນ​ຮ່ວມ​ມ​ື​ລະ​ຫວ່າງ​ສອງ ຊາດ ຫວຽດ​ນາມ - ກູບ​າ

(VOVWORLD) -ວັນທີ 2 ກັນຍາ, ສື່ມວນຊົນຕ່າງໆເປັນທາງການຂອງກູບາໄດ້ເອົາລົງບັນດາສານອວຍພອນຂອງການນຳສູງສຸດຂອງພັກ ແລະ ລັດ ກູບາ ເຖິງການນຳທຸກຂັ້ນຂອງ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄັ້ງທີ 74. 

        ໃນຄຳອວຍພອນທີ່ໄດ້ສົ່ງໄປຍັງທ່ານ ຫງວຽນຝຸຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Raul Castro ເລຂາທີໜຶ່ງຂອງພັກກອມມູນິດ ກູບາໄດ້ເນັ້ນໜັກຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ກູບາຈະສືບຕໍ່ຮັດແໜ້ນຄວາມສາມັກຄີຖານອ້າຍນ້ອງ ແລະການຮ່ວມມື, ເຊິ່ງ ແມ່ນບັນດາປັດໄຈທີ່ສ້າງຂຶ້ນການພົວພັນລະຫວ່າງສອງປະເທດ.

        ໃນສານທີ່ໄດ້ສົ່ງໄປຍັງທ່ານ ຫງວຽນຝຸຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Miguel Diaz – Canel ປະທານສະພາແຫ່ງຊາດ ແລະ ສະພາລັດຖະມົນຕີ ໄດ້ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສືບຕໍ່ເພີ່ມທະວີການພົວພັນອ້າຍນ້ອງ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງຊາດ, ສອງພັກ  ແລະ ສອງລັດຖະບານ.

        ທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກູບາກໍ່ສົ່ງຄຳອວຍພອນໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ຢັ້ງຢືນວ່າຈະຕັດສິນໃຈປັບປຸງການຮ່ວມມື ແລະ ການພົວພັນລະຫວ່າງສອງກະຊວງ.

ຕອບກັບ

ຂ່າວ/ບົດ​ອື່ນ