ກູບາແລະອາເມລິກາເຈລະຈາກ່ຽວກັບການຮັບມືກັບບັນດາສິ່ງທ້າທາຍບົນທະເລ

ກູບາແລະອາເມລິກາເຈລະຈາກ່ຽວກັບການຮັບມືກັບບັນດາສິ່ງທ້າທາຍບົນທະເລ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 14/12, ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ກູ​ບາ ໄດ້​ອອກ​ແຈ້ງ​ການ​​ໂດຍໃຫ້​ຮູ້​ວ່າ, ຜູ້​ຕາງ​ໜ້າ​ບັນ​ດາ​ກຳ​ລັງ​ປົກ​ປັກ​ຮັກ​ສາ​​ຂອງ​ປະ​ເທດນີ້ ແລະ ຂອງອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ກອງ​ປະ​ຊ​ຸມ​​ກ່ຽວ​ກັບ​ດ້ານ​ເຕັກ​ນິກ​ຮອບ​ທີ 6 ຢູ່​ນະ​ຄ​ອນ​ຫຼວງ La Habana. ກອງ​ປະ​ຊຸ​ມ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 12/12, ​ຄະ​ນະ​ຜູ້​ແທນ​ທັງ 2 ຝ່​າຍ​ໄດ້​ຕີ​ລາ​ຄາ​ສ​ູງລັກ​ສະ​ນະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຂອງ​ກົນ​ໄກ​ເຈ​ລະ​ຈາ​ວິ​ຊາ​ສະ​ເພາະ​ນີ້ ໃນ​ການ​ແລກ​ປ່ຽນ​ບົດ​ຮຽນ ແລະ ສົມ​ທົບ​ກັນ​ຕ້ານ​ຄືນ​ບັນ​ດາ​ໄພ​ນາບ​ຂ​ູ່​ ແລະ ສິ່ງ​ທ້າ​ທາຍລວມ​ຄື: ການ​ອົບ​ພະ​ອົບ​​ຜິດ​ປົກ​ກະ​ຕິ, ​ການຄ້າ​ຂາຍ​ມະ​ນຸດ ແລະ ຢາ​ເ​ສບ​ຕິດ. ຜູ້​ຕາງ​ໜ້າ​ 2 ກຳ​ລັງປ້ອງ​ກັນ​ຝັ່ງ​ທະ​ເລ​ກໍ​ເຫັນ​ດີ​ສືບ​ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ