ກຸ່ມ Hamas ປະຕິເສດເຫດຍິງລູກຈະຫລວດ ເຂົ້າເຂດດິນແດນ Israel

ກຸ່ມ Hamas ປະຕິເສດເຫດຍິງລູກຈະຫລວດ ເຂົ້າເຂດດິນແດນ Israel - ảnh 1
ພາບປະກອບ:internet

(vovworld) - ວັນ​ທີ 26/2, ຂະ​ບວນການ​ອິດສະ​ລາມ​ປະກອບ​ອາວຸດ Hamas ຂອງ Palestine ພວມ​ຄວມຄຸມ​ຢູ່​ເຂດ ກາຊາ ​ໄດ້​ອອກສຽງ​ປະຕິ​ເສດ​​ເຫດ​ຍິງ​ລູກ​ຈະ​ຫລວດ​​ເຂົ້າ​​ພາກ​ໃຕ້ Israel ຈາກ​ເຂດ ກາຊາ. ທ່ານ Ihab Al Ghussein ຫົວຫນ້າ​ພະ​ແນ​ກສື່​ມວນ​ຊົນ​ຂອງ Hamas ຢູ່​ເຂດ ກາຊາ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ບໍ່​ທັນ​ຮູ້​ພັກ​ຝ່າ​ຍ​ໃດ​ດຳ​ເນີນ​ເຫດ​ຍິງ​ລູກ​ຈະ​ຫລວດ​ດັ່ງກ່າວ ​ແລະ ວົງ​ການ​ເຈົ້າ​ຫນ້າ​ທີ່ Hamas ພວມ​ຕິດຕາມ​ກໍລະນີ​ດັ່ງກ່າວ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ໃນ​ຖະ​ແຫລ​ງການ​ຍົກ​ອອກມາ​ກ່ອນ​ຫນ້ານັ້ນ ກຸ່ມ Fahd Ek Lil  ຂຶ້ນ​ກັບ​ພັກ Fatah ຂອງ​ທ່ານ​ປະທານາທິບໍດີ Palestine Mahmoud Abbas ​ໄດ້​ຍອມຮັບການ​ຍິງ​ລູກ​ຈະ​ຫລວດ​ເຂົ້າ​ພາກ​ໃຕ້ Israel ຈາກ​ເຂດ​ກາຊາ. ກຸ່ມ​ນີ້​ໃຫ້​ຮູ້​ວ່າ ​ການ​ຍິງ​ລູກ​ຈະ​ຫລວດ​ເພື່ອ​ຕອບ​ໂຕ້​ເລື່ອງ​ນັກ​ໂທດ Palestine ຜູ້​ຫນຶ່ງ​ຖືກ​ເສຍ​ຊີວິດ​ໂດຍ​ບັງ​ເອີນ​ໃນ​ຄຸກ​ແຫ່ງ​ຫນຶ່ງ​ຂອງ Israel ​ເມື່ອ​ວັນ​ທີ 23/2.

 

ຂ່າວ/ບົດ​ອື່ນ