ກຸ​່ມ Quad ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

(VOVWORLD) - ຖະແຫຼງການສື່ມວນຊົນ ຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດຂອງ 4 ປະເທດເຫຼົ່ານັ້ນໄດ້ປຶກສາຫາລື ແລະ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັນ ໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ. 
ກຸ​່ມ Quad ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ - ảnh 1ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN)

ວັນທີ 18 ກຸມພາ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດໃນກຸ່ມ Quad ລວມມີ: ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ ແລະ ອິນເດຍ. ເນື້ອໃນການປຶກສາຫາລືລວມມີ ການຮ່ວມມື 4 ຝ່າຍ ໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ.

        ຖະແຫຼງການສື່ມວນຊົນ ຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດຂອງ 4 ປະເທດເຫຼົ່ານັ້ນໄດ້ປຶກສາຫາລື ແລະ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັນ ໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ. ເນື້ອໃນການປຶກສາຫາລືລວມມີ ການຕ້ານຂໍ້ມູນຂ່າວສານທີ່ຜິດເຂວ, ການຕ້ານການກໍ່ການຮ້າຍ, ຄວາມປອດໄພໃນການເດີນເຮືອ ແລະ ຄວາມຕ້ອງການຢ່າງຮີບດ່ວນກ່ຽວກັບການຟື້ນຟູລັດຖະບານມຽນມາ ໂດຍປະຊາຊົນເລືອກຕັ້ງຂຶ້ນ. ບັນດາຝ່າຍ ກໍ່ຢ້ຳຄືນການສະໜັບສະໜູນເຊິ່ງກັນແລະກັນ ສຳລັບບົດບາດເປັນໃຈກາງຂອງ ອາຊຽນ ກໍ່ຄືຄຳໝັ້ນສັນຍາຈະຈັດກອງປະຊຸມ Quad ປະຈຳປີ ເພື່ອແນໃສ່ປັບປຸງການຮ່ວມມືໃນການຊຸກຍູ້ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ຢ່າງເສລີ ແລະ ເປີດກ້ວາງ, ລວມມີການສະໜັບສະໜູນຄວາມເສລີໃນການເດີນເຮືອ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ຟ້າມຮວນ, ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ