“ກຸ່ມ4ຝ່າຍ” Visegrad ສະໜັບສະໜູນການເປີດກວ້າງ EU

“ກຸ່ມ4ຝ່າຍ” Visegrad ສະໜັບສະໜູນການເປີດກວ້າງ EU - ảnh 1
“ກຸ່ມ4ຝ່າຍ” Visegrad ສະ​ໜັບ​ສະ​ໜູນ​ການ​ເປີດກວ້າງ EU
(ພາບ: AFP/TTXVN)

(vovworld) –​ ວັນ​ທີ 15/02, ຢູ່​ນະ​ຄ​ອນ​ຫຼວງ Praha ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ສູງ 4 ປະ​ເທດ ກຸ່ນ 4 ຝ່າຍ Visegrad (ເຊິ່ງ​ລວມ​ມີ: ສ.ເຊັກ​ໂກ, ສະ​ໂລ​ວາ​ກີ, ໂປ​ໂລຍ ແລະ ຮຸງ​ກາ​ຣີ) ພ້ອມ​ກັບ ມາ​ເຊດວນ ແລະ ບຸນ​ກາ​ຣີ ເພື່ອ​ປຶກ​ສາ​ຫ​າ​ລື​ກ່ຽວ​ກັບ​ການ​ຮ່ວມມ​ມື​ແກ້​ໄຂວິ​ກິດ​ການ​ອົບ​ພະ​ຍົບ​ໃນ​ປະ​ຈຸ​ບັນ​ຢູ່​ເອີ​ລົບ. ໃນ​ຖະ​ແຫຼງ​ການ Praha ບັນ​ດາ​ການ​ນຳ​ກຸ່ມ Visegrad ໄດ້​ຮຽກ​ຮ້ອງ​ການ​ປັບ​ປຸງ​ເອີ​ລົບ ແລະ ກ່າວ​ເຕືອນ​ກ່ຽວ​ກັບ​ເລື່ອງ “ແບ່ງ​ແຍກ​ເອີ​ລົບ”. ກຸ່ມ 4 ຝ່າຍ Visegrad ຮຽກ​ຮ້ອງເປີດ​ປະ​ຕູ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ (EU) ​ໃຫ້ບັນ​ດາ​ປະ​ເທດ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ປະ​ຈຸ​ບັນ ແລະ ນັບ​ທັງ​ບັນ​ດາ​ປະ​ເທດ​ອອກ​ສະ​ໜັກ​​ເປັນ​ສະ​ມາ​ຊິກໃນ​ອະ​ນາ​ຄົດ ກໍ​ຄື​​ຄາດ​ຄະ​ເນ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ເຂດ Balkan ເຂົ້າ​ເປັນ​ສະ​ມາ​ຊິກ EU. ຖະ​ແຫຼງ​ການ Praha ກ​ໍ​ເນັ້ນ​ໜັກ​ວ່າ, ບັນ​ດ​າ​ປະ​ເທດ​ຂຶ້ນ​ກັບ​ກຸ່ມ 4 ຝ່າຍ Visegrad ສະ​ໜັບ​ສະ​ໜູນ​ໂດຍບໍ່​ມີ​ເງື່ອນ​ໄຂ​​ເລື່ອງ​ເ​ປີດກວ້າງ EU ຄື​ດັ່ງ​ເຄື່ອງ​ມື​ຊ່ວຍ​ຮັບ​ປະ​ກັນ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ວັດ​​ທະ​ນາ​ຖາ​ວອນ​ຂອງ​ພາ​ກ​ພື້ນ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ Visegrad ຖ​ື​ການ​​ປັບ​ປຸ່ງ​ການ​ຮ່ວມ​ສຳ​ພັນ​ກັບ​ເອີ​ລົບ ແມ່ນ​ບັນ​ຫາ​​ທີ່​ມີ​ລັກ​ສະ​ນະຫຼັກ​ການ ເພື່ອ​ສ້າງ​ຕັ້ງ​ບັນ​ຍາ​ກາດ​ຄູ່​ຮ່ວມ​ມື, ໄວ້​ເນື້ອ​ເຊື່ອ​ໃຈ, ເຄົ​າ​ລົບ​ເຊິ່ງ​ກັນ ແລະ ກັນ ແລະ ສາ​ມັກ​ຄີ​ກັນ​ລະ​ຫວ່າງ 4 ປະ​ເທດ​ໃນ​ກຸ່ມ.

ຂ່າວ/ບົດ​ອື່ນ