ກຸ່ມກະບົດ IS ຢູ່ອາຊີຕາເວັນອອກສ່ຽງໃຕ້ຍຸແຍ່ບັນດາບຸກຄົນຊາວມຸດສະລິມຫົວຮຸນແຮງ

(VOVWORLD) -ໃນຕອນໜຶ່ງຂອງເທບວີດີໂອທີ່ຫາກໍ່ປະກາດ, ກຸ່ມກະບົດ IS ໄດ້ຍຸແຍ່ບັນດາບຸກຄົນຊາວມຸດສະລິມຫົວຮຸນແຮງ ລະດົມບັນດາການບຸກໂຈມຕີກໍ່ການຮ້າຍຢູ່ປະເທດທີ່ພວມອາໄສ.
ກຸ່ມກະບົດ IS ຢູ່ອາຊີຕາເວັນອອກສ່ຽງໃຕ້ຍຸແຍ່ບັນດາບຸກຄົນຊາວມຸດສະລິມຫົວຮຸນແຮງ - ảnh 1 (ພາບປະກອບ: themalaysianinsight.com)

ຕາມໜັງສືພິມ Star ຂອງມາເລເຊຍ ແລ້ວ, ຕອນວີດີໂອ ໄດ້ເປີດສາກດ້ວຍຮູບພາບກ່ຽວກັບບັນດາການກະທຳໃຊ້ຄວາມຮຸນແຮງ ເຊິ່ງ IS ເຄີຍປະຕິບັດຢູ່ຫຼາຍປະເທດແຕກຕ່າງກັນ. ຫຼັງຈາກນັ້ນ, ຈຸກະບົດ 3 ຄົນ, ລວມມີພົນລະເມືອງມາເລເຊຍ ແລະ ສິງກະໂປ ທີ່ມີໜ້າຢູ່ໃນຕອນວີດີໂອນັ້ນ ໄດ້ຮຽກຮ້ອງໃຫ້ບັນດາບຸກຄົນຫົວຮຸນແຮງໃນທົ່ວໂລກດຳເນີນບັນດາການບຸກໂຈມຕີຢູ່ປະເທດທີ່ຕົນພວມອາໄສຢູ່ ຖ້າບໍ່ປະຕິບັດຈະບໍ່ໄດ້ເຂົ້າຮ່ວມອົງການ IS ຢູ່ຊີຣີ ແລະ ອີຣັກ. ຄຳຮຽກຮ້ອງກໍ່ການຮ້າຍໃນຕອນວີດີໂອ ໄດ້ຊີ້ໃຫ້ເຫັນໄພນາບຂູ່ຢ່າງຮ້າຍແຮງສຳລັບຄວາມໝັ້ນຄົງຂອງມາເລເຊຍ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ