ກຸ່ມກະບົດຊາວKurdຍອມຮັບດຳເນີນເຫດວາງລະເບີດຢູ່ຕວກກີ

ກຸ່ມກະບົດຊາວKurdຍອມຮັບດຳເນີນເຫດວາງລະເບີດຢູ່ຕວກກີ - ảnh 1
ພວ​ກະ​ບົດ​ຊາວ Kurd
ພາບ​ປະ​ກອບ:kienthuc.net

(vovworld)- ວັນ​ທີ 19/2, ສຳ​ນັກ​ຂ່າວ​ສານ ຝ​ລັ່ງ AFP ຄັດ​ແຫລ່ງ​ຂ່າວ​ຈາກ​​​ກຸ່ມ​ກະ​ບົດ ຊາວ Kurd ມີ​ການ​ກ່ຽວ​ຂ້ອງ​ເຖິງ​ພັກ​ກຳ​ມະ​ກອນ ຊາວ Kurd ໃຫ້​ຮູ້​ວ່າ: ກຸ່ມນີ້ ໄດ້​ຍອມ​ຮັບ​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ສະ​ຫລະ​ຊີບ ໃສ່​ບັນ​ດາ​ລົດ​ທະ​ຫານ​ຢູ່ ນະ​ຄອນ​ຫລວງ Ankara ຂອງ ຕວກ​ກີ ເຮັດ​ໃຫ້ 28 ຄົນ​ເສຍ​ຊີ​ວິດ ແລະ 61 ຄົນ​ຖ​ືກ​ບາດ​ເຈັບ. ໃນ​ຖະ​ແຫລງ​ການ​ຫນຶ່ງ, ກຸ່ມ​ກະ​ບົດ​ຊາວ Kurd ຊີ້​ແຈ້ງວ່າ: ຕອນ​ຄ່ຳ​ວັນ​ທີ 17/2 ເຫດ​ບຸກ​ໂຈມ​ຕີ​ສະ​ຫລະ​ຊີບ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຈາກ​ພົນ​ທະ​ຫານ​ຜູ້​ຫນຶ່ງ ​ທີ່​ກ້າ​ຫານ ໃສ່​ຂະ​ບວນ​ລົດ​ກາ​ນ​ທະ​ຫານ​ຢູ່ ນະ​ຄອນ​ຫລວງ Ankara ຂອງ​ຕວກ​ກີ.

ຂ່າວ/ບົດ​ອື່ນ