ກົມການບິນ ຫວຽດນາມ ສະເໜີຢຸດບັນດາຖ້ຽວບິນຈາກ 10 ປີເທດ ອາຟະລິກາ

(VOVWORLD) -ກົມການບິນ ຫວຽດນາມ ຫາກໍ່ມີເອກະສານສະເໜີຕໍ່ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ລາຍງານຕໍ່ນາຍົກລັດຖະມົນຕີ ອະນຸຍາດໃຫ້ຢຸດບັນດາຖ້ຽມບິນ, ລວມທັງຖ້ຽວບິນຊ່ວຍເຫຼືອຈາກ 10 ປະເທດ ອາຟະລິກາ

ກົມການບິນ ຫວຽດນາມ ຫາກໍ່ມີເອກະສານສະເໜີຕໍ່ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ລາຍງານຕໍ່ນາຍົກລັດຖະມົນຕີ ອະນຸຍາດໃຫ້ຢຸດບັນດາຖ້ຽມບິນ, ລວມທັງຖ້ຽວບິນຊ່ວຍເຫຼືອຈາກ 10 ປະເທດ ອາຟະລິກາ ລວມມີ: Botswana, Eswatini, Lesotho, Mozambique, Namibia, South Africa, Zimbabwe, Malawi, Angola ແລະ Zambia ມາ ຫວຽດນາມ; ພ້ອມທັງຫ້າມເຂົ້າເມືອງສຳລັບຜູ້ໂດຍສານມີປະຫວັດໄປຜ່ານບັນດາປະເທດດັ່ງກ່າວໃນຮອບເວລາ 30 ວັນ ກ່ອນທີ່ເຂົ້າມາ ຫວຽດນາມ.

ອົງການດັ່ງກ່າວກໍ່ສະເໜີໃຫ້ກະຊວງຄົມມະນາຄົມຂົນສົ່ງ ປະກອບຄຳເຫັນຕໍ່ກະຊວງສາທາລະນະສຸກ ຫວຽດນາມ ເພື່ອມີການແນະນຳລະອຽດກ່ຽວກັບການຄວບຄຸມໂລກລະບາດສຳລັບຜູ້ໂດຍສານທີ່ມາຈາກບາງປະເທດມີໄວຣັດ Omicron.

ແຈ້ງການຈາກກົມການບິນ ຫວຽດນາມ ຊີ້ໃຫ້ເຫັນວ່າ, ໂລກພວມສະກັດກັ້ນໄວຣັດສາຍພັນໃໝ່ Omicron. ຕາມນັ້ນແລ້ວ, ອີຢູ ພວມກະຕຸກຊຸກຍູ້ໃຫ້ 27 ປະເທດສະມາຊິກ ຈຳກັດການໄປມາເຖິງບັນດາປະເທດອາຟະລິກາໃຕ້. ຢູ່ພາກພື້ນ ອາຊີ, ຫຼາຍປະເທດກໍ່ໄດ້ດຳເນີນມາດຕະການທີ່ຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ