ກົມ​ການ​ເມືອງ ປະ​ກາດ​ໃຊ້​ມະ​ຕິ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ

(VOVWORLD) - ໄປຄຽງຄູ່ກັບການປ່ຽນແປງໃໝ່ວຽກງານໂຄສະນາແລ້ວ, ກົມການເມືອງກໍຍັງໃສ່ໃຈປັບປຸງ, ສ້າງກົງຈັກໃຫ້ສົມບູນແບບ, ສ້າງຖັນແຖວພະນັກງານມີທັງຄຸນສົມບັດ, ມີຄວາມສາມາດ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. 
ກົມ​ການ​ເມືອງ ປະ​ກາດ​ໃຊ້​ມະ​ຕິ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ວັນທີ 20 ທັນວາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ປະກາດໃຊ້ມະຕິເລກທີ 46 ຂອງກົມການເມືອງ ວ່າດ້ວຍການປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະມາຄົມຊາວກະສິກອນ ຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີປະຕິວັດໃນໄລຍະໃໝ່.

        ໃນມະຕິສະບັບນີ້, ກົມການເມືອງ ໄດ້ວາງອອກ 7 ກຸ່ມໜ້າທີ່, ມາດຕະການຫຼັກ. ໃນນັ້ນ, ໄປຄຽງຄູ່ກັບການປ່ຽນແປງໃໝ່ວຽກງານໂຄສະນາແລ້ວ, ກົມການເມືອງກໍຍັງໃສ່ໃຈປັບປຸງ, ສ້າງກົງຈັກໃຫ້ສົມບູນແບບ, ສ້າງຖັນແຖວພະນັກງານມີທັງຄຸນສົມບັດ, ມີຄວາມສາມາດ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ກົມການເມືອງກໍຮຽກຮ້ອງໃຫ້ສ້າງເງື່ອນໄຂ, ສົ່ງເສີມຊາວກະສິກອນ, ແຮງງານຢູ່ເຂດຊົນນະບົດຮຽນວິຊາຊີບ, ຍົກສູງກຳລັງຄວາມສາມາດຕິດພັນກັບບັນດາຮູບແບບຊາວກະສິກຳຜະລິດ, ດຳເນີນທຸລະກິດເກັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ