ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມປະກາດໃຊ້ຮ່າງມາດຕະຖານຊື່ຕຳແໜ່ງ,ມາດຖານຕີລາຄາພະນັກງານ

(VOVWORLD) - ໃນຂໍ້ກຳນົດເລກທີ 90, ກົມການເມືອງຊີ້ແຈ້ງມາດຕະຖານລວມພະນັກງານໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຄຸ້ມຄອງ ຕ້ອງຈົ່ງຮັກພັກດີກັບຜົນປະໂຫຍດຂອງພັກ, ຂອງປະເທດຊາດ - ຊົນຊາດ ແລະ ປະຊາຊົນຢ່າງເດັດຂາດ; ຢຶດໝັ້ນລັດທິມາກ - ເລນີນ, ແນວຄິດ ໂຮ່ຈີ໋ມີນ
ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມປະກາດໃຊ້ຮ່າງມາດຕະຖານຊື່ຕຳແໜ່ງ,ມາດຖານຕີລາຄາພະນັກງານ - ảnh 1ກອງປະຊຸມຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ຕາງໜ້າກົມການເມືອງ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ລົງນາມ ປະກາດໃຊ້ຂໍ້ກຳນົດກ່ຽວກັບຮ່າງມາດຕະຖານຊື່ຕຳແໜ່ງ, ກຳນົດທິດຮ່າງມາດຖານຕີລາຄາພະນັກງານການນຳຄຸ້ມຄອງທຸກຂັ້ນ; ຂໍ້ກຳນົດເລກທີ 90 ກ່ຽວກັບມາດຕະຖານຊື່ຕຳແໜ່ງ, ມາດຖານຕີລາຄາພະນັກງານ ໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຄຸ້ມຄອງ. ໃນຂໍ້ກຳນົດເລກທີ 90, ກົມການເມືອງຊີ້ແຈ້ງມາດຕະຖານລວມພະນັກງານໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຄຸ້ມຄອງ ຕ້ອງຈົ່ງຮັກພັກດີກັບຜົນປະໂຫຍດຂອງພັກ, ຂອງປະເທດຊາດ - ຊົນຊາດ ແລະ ປະຊາຊົນຢ່າງເດັດຂາດ; ຢຶດໝັ້ນລັດທິມາກ - ເລນີນ, ແນວຄິດ ໂຮ່ຈີ໋ມີນ, ຈຸດໝາຍອຸດົມຄະຕິກ່ຽວກັບເອກະລາດປະເທດຊາດ ແລະ ລັດທິສັງຄົມນິຍົມ; ມີຫຼັກໝັ້ນ, ທັດສະນະ, ຄຸນນະທາດການເມືອງຢ່າງໝັ້ນຄົງເພື່ອປົກປັກຮັກສາໂຄງການການເມືອງ, ແນວທາງຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ແລະ ປະຕິເສດຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ອົງການປະຕິການພາກສ່ວນສວຍໂອກາດ ແລະ ຂັດເຄືອງດ້ານການເມືອງ. ມີນ້ຳໃຈຮັກຊາດຢ່າງລົ້ນເຫຼືອ, ເລິກເຊິ່ງ; ຍາມໃດກໍ່ຖືຜົນປະໂຫຍດຂອງພັກ, ປະເທດຊາດ - ຊົນຊາດ, ປະຊາຊົນສູງກວ່າຜົນປະໂຫຍດຂອງຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ ແລະ ບຸກຄົນ; ພ້ອມແລ້ວທີ່ຈະເສຍສະຫຼະຊີວິດ; ເພື່ອພາລະກິດປະຕິວັດຂອງພັກ, ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ. ເດັດດ່ຽວປະຕິບັດມາດຕະການແບ່ງງານຂອງອົງການຈັດຕັ້ງ, ອຸ່ນອ່ຽນໃຈປະຕິບັດງານ. ຮັກສາກົດວິໄນໃນການປາກເວົ້າໃຫ້ຖກຕາມຫຼັກການ, ຂໍ້ກຳນົດຂອງພັກ.

ນີ້ເປັນຄັ້ງທຳອິດ, ທີ່ກົມການເມືອງມີບັນດາຂໍ້ກຳນົດລະອຽດທີ່ສຸດ ກ່ຽວກັບມາດຕະຖານຊື່ຕຳແໜ່ງ, ມາດຖານຕີລາຄາສຳລັບພະນັກງານຂັ້ນສູງຂອງພັກ ແລະ ລັດ. ນອກຈາກຂໍ້ກຳນົດລວມ, ກົມການເມືອງກໍ່ກຳນົດບັນດາມາດຕະຖານລະອຽດສຳລັບແຕ່ລະຊື່ຕຳແໜ່ງຄື: ກຳມະການຄະນະບໍລິຫານງານສູນກາງ, ກຳມະການກົມການເມືອງ, ຄະນະເລຂາທິການ; ເລຂາທິການໃຫຍ່; ປະທານປະເທດ; ນາຍົກລັດຖະມົນຕີ; ປະທານສະພາແຫ່ງຊາດ...

ຕອບກັບ

ຂ່າວ/ບົດ​ອື່ນ