ກົມການເມືອງ,ຄະນະເລຂາຮ່່ຳຮຽນຫົວເລື່ອງສະເພາະກ່ຽວກັບວຽກງານການຕ່າງປະເທດ

(VOVWORLD) -ໂດຍປະຕິບັດກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາຊຸດທີ 12, ຂໍ້ກຳນົດເລກທີ 164 - ມຕ/ສກ, ວັນທີ 01 ກຸມພາ 2013 ຂອງກົມການເມືອງ ກ່ຽວກັບລະບອບບຳລຸງສ້າງ, ອັບເດັດຄວາມຮູ້ສຳລັບພະນັກງານ, ການນຳ, ຄຸ້ມຄອງທຸກຂັ້ນ ແລະ ລາຍການເຮັດວຽກປີ 2018, ວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ.
ກົມການເມືອງ,ຄະນະເລຂາຮ່່ຳຮຽນຫົວເລື່ອງສະເພາະກ່ຽວກັບວຽກງານການຕ່າງປະເທດ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳທີ່ກອງປະຊຸມ)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫວຽນຟຸຈ້ອງ ໄດ້ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາເພື່ອຮ່ຳຮຽນຫົວເລື່ອງສະເພາະ. ບັນດານັກປະຖະກະຖາໄດ້ສະເໜີ 2 ຫົວເລື່ອງສະເພາະກ່ຽວກັບວຽກງານການຕ່າງປະເທດ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊົມເຊີຍບັນດານັກປະຖະກະຖາ ໄດ້ກະກຽມບັນດາຫົວເລື່ອງສະເພາະຢ່າງລະອຽດ, ລອບຄອບຖີ່ຖ້ວນ, ສະໜອງບັນດາຂໍ້ມູນຂ່າວຢ່າງມີປະໂຫຍດ, ແທດຈິງ, ຮັບໃຊ້ໃຫ້ແກ່ກົມການເມືອງ, ຄະນະເລຂາໃນວິວັດການພິຈາລະນາ, ຕົກລົງບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບວຽກງານການຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ