ກົມການເມືອງຈັດຕັ້ງກອງປະຊຸມພົບປະສັງສັນພະນັກງານຂັ້ນສູງອະວຸໂສ

ກົມການເມືອງຈັດຕັ້ງກອງປະຊຸມພົບປະສັງສັນພະນັກງານຂັ້ນສູງອະວຸໂສ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ພາບ: internet

(vovworld)- ວັນ​ທີ 11/10, ທີ່ສຳນັກງານສູນ​ກາງ​ພັກ, ກົມ​ການ​ເມືອງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນ​ພະນັກງານ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ຢູ່​ພາກ​ເຫນືອທີ່​ໄດ້​ອອກ​ກິນ​ເບ້​ຍບຳນານ ​ເພື່ອ​ແຈ້ງ​ສະພາບການ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ, ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ລັດ ​ໃນ​ໄລຍະ​ຜ່ານ​ມາ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ປະຈຳ​ຄະນະ​ເລຂາ, ທ່ານ ດີງ​ເທ​ຮີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

        ທີ່​ກອງ​ປະຊຸມ, ຕາງຫນ້າ​ໃຫ້​ກົມ​ການ​ເມືອງ​, ຄະນະ​ເລຂາ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​​ເພື່ອ​ແຈ້ງ​ບັນດາ​ເນື້ອ​​ໃນ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ຜ່ານ​ມາ​, ​ໃນ​ນັ້ນ​ມີ​ບັນດາ​ເນື້ອ​ໃນ​ກ່ຽວຂ້ອ​ງ​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ກໍ່ສ້າງ​ພັກ, ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ພັກ​ກ່ຽວກັບ​ການ​ຕ່າງປະ​ເທດ, ກາ​ນປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຊ່ວຍ​ພະນັກງານ ຊື່​ງ​ແມ່ນ​ອະດີດ​ການ​ນຳ​ພັກ, ລັດ ​ເຫັນ​ໄດ້​ສະພາບ​ການ​ລວມຂອງ​ປີ 2013. ທ່ານ​ເລ​ຂາ​ທິການ​ໃຫຍ່​ປາດ​ຖະຫນາ​ຢາກ​ບັນດາ​ພະນັກງານ​ສືບ​ຕໍ່​ປະກອບ​ບົດຮຽນ, ພູມ​ປັນຍາ ພ້ອມ​ກັບ​ພັກ, ລັດ ຊີ້​ນຳ​ນຳພາ​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງປະ​ເທດ​ຊາດ, ກໍ່ສ້າງ​ພັກ​ໃຫ້​​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ