ກົມການເມືອງພົບປະກັບການນຳຂັ້ນສູງອອກກິນເບ້ຍບຳນານຢູ່ເຂດພາກເຫນືອ

ກົມການເມືອງພົບປະກັບການນຳຂັ້ນສູງອອກກິນເບ້ຍບຳນານຢູ່ເຂດພາກເຫນືອ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ພົບປະກັບການນຳອອກ
ກິນເບ້ຍບຳນານ
ພາບປະກອບ:tienphong.vn


(vovworld)- ຕອນ​ບ່າຍ​ວັນ​ທີ 16/5, ຢູ່ ຮ່າ​​ໂນ້ຍ, ກົມ​ການ​ເມືອງ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ທີ່​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ຢູ່​ເຂດ​ພາກ​ເຫນືອ ​ເພື່ອ​ແຈ້ງ​ຂ່າວ​ພາຍ​ໃນ​ປະ​ເທດ, ສາກົນ ​ແລະ ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ພັກ, ລັດ ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ​ໃນ​ໄລຍະ​ຜ່ານ​ມາ.  ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸູຈ້ອງ ​ໄດ້​ແລກປ່ຽນ, ຊີ້​ແຈ້ງ​ບາງ​ເນື້ອ​ໃນ​ທີ່​ກອງ​ປະຊຸມສູນ​ກາງ​ພັກ​ຄັ້ງທີ 9  ຜ່ານ​ມາ, ກ່ຽວ​ກັບສະພາບ​ການພັດທະນາ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຢືນຢັນ: ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຕັດ​ສິນ​ໃຈ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່​ງຊາດ, ຮັກສາ​ໃຫ້​ດ້ານ​ການ​ເມືອງ​ມີ​ຄວາມ​ສະຖຽນ​ລະ​ພາບ​ ​ແລະ ສັນຕິພາບ ​ເພື່ອພັດທະ​ນາ​ປະ​ເທດ​ຊາດ​ຢ່າ​ງວ່ອງ​ໄວ ​ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ