ກົ​ມ​ການ​ເມືອງ​ຮຽກ​ຮ້ອງ​ໃຫ້​ທົ່ວ​ປວງ​ຊົນ​ທັງ​ຊາດ​ສາ​ມັກ​ຄີ​ກັນ​ກະ​ທຳ​ເພື່ອ​ເອົາ​ຊະ​ນະ​ໂລກ​ລະ​ບາດ Covid – 19

(VOVWORLD) -ທີ່ກອງປະຊຸມໃນວັນທີ 20 ມີນາ 2020, ພາຍຫຼັງຮັບຟັງຄະນະພະນັກງານອົງຄະນະພັກລັດຖະບານລາຍງານກ່ຽວກັບສະພາບການວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຄຳເຫັນຂອງບັນດາອົງການທີ່ກ່ຽວຂ້ອງ, ກົມການເມືອງໄດ້ປຶກສາຫາລືແລະສະຫຼຸບກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.
ກົ​ມ​ການ​ເມືອງ​ຮຽກ​ຮ້ອງ​ໃຫ້​ທົ່ວ​ປວງ​ຊົນ​ທັງ​ຊາດ​ສາ​ມັກ​ຄີ​ກັນ​ກະ​ທຳ​ເພື່ອ​ເອົາ​ຊະ​ນະ​ໂລກ​ລະ​ບາດ Covid – 19 - ảnh 1 ກົມການເມືອງປະຊຸມວຽກງານປ້ອງກັນ,ສະກັດກັ້ນ ໂລກລະບາດ Covid – 19 (ພາບ: TTXVN)

ການສະຫຼຸບຊີ້ແຈ້ງວ່າປັດຈຸບັນ, ສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພວມກໍ່ຜົນກະທົບຢ່າງຮອບດ້ານເຖິງເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແລະຊີວິດການເປັນຢູ່ຂອງປະຊາຊົນ, ອາດຈະແກ່ຍາວ, ຍາກທີ່ຈະຄາດຄະເນໄດ້ເວລາສິ້ນສຸດລົງ. ຫວຽດນາມພວມປະເຊີນໜ້າກັບຄວາມສ່ຽງທີ່ໃຫຍ່ຫຼວງ ກ່ຽວກັບການແຜ່ລະບາດຂອງໂລກລະບາດແລະພວມຢູ່ໃນໄລຍະຕ້ອງສຸມໃສ່ຢູ່ໃນລະດັບສູງເພື່ອຄວບຄຸມການຕິດແປດ, ເດັດຂາດບໍ່ໃຫ້ປະໝາດ, ບໍ່ປ່ອຍປະລະເລີຍ. ໝາກຜົນໃນໄລຍະທີ່ຜ່ານມາໄດ້ຊ່ວຍໃຫ້ພວກເຮົາຖອດຖອນໄດ້ບົດຮຽນປະສົບການຫຼາຍຢ່າງ, ດ້ວຍຄວາມເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນ, ການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ພວກເຮົາເຊື່ອໝັ້ນວ່າໂລກລະບາດຈະຖືກສະກັດກັ້ນ, ເສດຖະກິດຈະໄດ້ຮັບການຟື້ນຟູແລະມີສະຖຽນລະພາບ, ຮັບປະກັນຊີວິດສັງຄົມໂດຍໄວ.

ກົມການເມືອງຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ,  ອຳນາດການປົກຄອງ, ທຸກຄະນະ, ທຸກຂະແໜງການແລະອົງການຈັດຕັ້ງມະຫາຊົນ ຈົ່ງສຸມໃສ່ປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍເນື້ອໃນຈິດໃຈຄວາມຮັບຜິດຊອບສູງສຸດ, ເດັດຂາດບໍ່ປະໃຫ້ໂລກລະບາດແຜ່ລາມໃນວົງກ້ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ