ກົມການເມືອງເຮັດວຽກກັບນະຄອນ ເກິນເທິ

(VOVWORLD) -  ທີ່ການເຮັດວຽກ, ໝູ່ຄະນະກົມການເມືອງ ໄດ້ປະກອບຄຳເຫັນໃສ່ບັນດາເປົ້າໝາຍ, ໜ້າທີ່, ສືບຕໍ່ພັດທະນານະຄອນ ເກິນເທິ ໃນໄລຍະຈະມາເຖິງ, ກໍ່ຄືບັນດາຄຳສະເໜີຂອງຄະນະປະຈຳຄະນະພັກນະຄອນ ເກິນເທິ ແນໃສ່ສ້າງເງື່ອນໄຂ, ກົນໄກ, ນະໂຍບາຍໃຫ້ເໝາະສົມ, ມີບຸລິມະສິດກ່ວາ
ກົມການເມືອງເຮັດວຽກກັບນະຄອນ ເກິນເທິ - ảnh 1 ທີ່ການເຮັດວຽກ

ໂດຍເປັນປະທານການເຮັດວຽກລະຫວ່າງກົມການເມືອງກັບການນຳນະຄອນ ເກິນເທິ, ໃນວັນທີ 17 ກໍລະກົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ: ໃນສະພາບການໂລກ ແລະ ພາກພື້ນກໍ່ຄືຢູ່ພາຍໃນປະເທດ ຍັງມີການຜັນແປຍາກທີ່ຄາດຄະເນໃນລ່ວງໜ້າໄດ້ນັ້ນ ໄດ້, ພວມ ແລະ ຈະສົ່ງຜົນກະທົບຢ່າງເລິກເຊິ່ງກ້ວາງຂວາງຕໍ່ທົ່ວໂລກ ແລະ ການພັດທະນາເສດຖະກິດ-ສັງຄົມເວົ້າລວມ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າສະເພາະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ນະຄອນ ເກິນເທິ ຕ້ອງກວດກາຄືນໃໝ່, ອັບເດດສະພາບການ, ເພີ່ມທະວີຄວາມຮັບຮູ້ກ່ຽວກັບບົດບາດ, ຄວາມໝາຍສຳຄັນຂອງ ເກິນເທິ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຈາກນັ້ນ ມີການກຳນົດທິດພັດທະນາ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງນະຄອນໃຫ້ໄດ້ຢ່າງສຸດຂີດ. ທ່ານ ຫງວຽນຝູຈ້ອງ ກ່າວວ່າ:

        “ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນຂອງ ເກິນເທິ ດ້ວຍມູນເຊື້ອການປະຕິວັດອັນສະຫງ່າລາສີ ປຸກລຸກນ້ຳໃຈຮັກຊາດ, ນ້ຳໃຈຮັກບ້ານເກີດເມືອງນອນ, ນ້ຳໃຈສ້າງສາ ເກິນເທິ ບໍ່ໃຫ້ອຶດຫິວທຸກຍາກ ບືນຕົວຂຶ້ນຢ່າງແຮງ, ຕ້ອງມີຄວາມສັດສິນໃຈ ຈຶ່ງມີບັນຍາກາດ ແລະ ຈິດໃຈໃໝ່ ຈາກນັ້ນ ປຸກລະດົມຂະບວນການ, ຂົນຂວາຍກຳລັງແຮງສັງລວມຢູ່ທຸກບ່ອນ ຈາກສູນກາງລົງຮອດທ້ອງຖິ່ນ, ບັນດານັກວິທະຍາສາດ ຕ້ອງວາງອອກຂໍ້ລິເລີ່ມ, ມາດຕະການແກ້ໄຂ ເພື່ອໃຫ້ນະຄອນພັດທະນາກ່ວາອີກ.

        ທີ່ການເຮັດວຽກ, ໝູ່ຄະນະກົມການເມືອງ ໄດ້ປະກອບຄຳເຫັນໃສ່ບັນດາເປົ້າໝາຍ, ໜ້າທີ່, ສືບຕໍ່ພັດທະນານະຄອນ ເກິນເທິ ໃນໄລຍະຈະມາເຖິງ, ກໍ່ຄືບັນດາຄຳສະເໜີຂອງຄະນະປະຈຳຄະນະພັກນະຄອນ ເກິນເທິ ແນໃສ່ສ້າງເງື່ອນໄຂ, ກົນໄກ, ນະໂຍບາຍໃຫ້ເໝາະສົມ, ມີບຸລິມະສິດກ່ວາ, ສ້າງແຫຼ່ງກຳລັງຕື່ມອີກ ເພື່ອໃຫ້ນະຄອນພັດທະນາໄວ ແລະ ມີປະສິດທິຜົນກ່ວາ ປະກອບສ່ວນເຂົ້າໃນການພັດທະນາລວມຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ