ກົມການເມືອງເຮັດວຽກກ່ຽວກັບການກະກຽມກອງປະຊຸມໃຫຍ່ອົງຄະນະພັກສັງກັດສູນກາງ

ກົມການເມືອງເຮັດວຽກກ່ຽວກັບການກະກຽມກອງປະຊຸມໃຫຍ່ອົງຄະນະພັກສັງກັດສູນກາງ - ảnh 1

ກົມການເມືອງເຮັດວຽກກ່ຽວກັບການກະກຽມກອງປະຊຸມໃຫຍ່ອົງຄະນະພັກສັງກັດສູນກາງ

(vovworld) - ​ໃນ​ເດືອນ 9 ຜ່ານ​ມາ, ຢູ່​ສຳນັກງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ, ຄະນະ​ປະຈຳ 6 ອົງຄະ​ນະ​ພັກ​ແຂວງ, ນະຄອນ​ສັງກັດ​ສູນ​ກາງ, ​ເຊິ່ງລວມມີ: ຄະ​ນະ​ພັກ​ແຂວງ​ທ໋າຍງວຽນ, ວິ້ງ​ຟຸກ, ຫາຍ​ເຢືອງ, ຫາຍ​ຝ່ອງ, ຢາ​ລາຍ, ບາກ​ລຽວ ​ແລະ ຄະນະ​ພັກ​ຕ່າງປະ​ເທດ ​ເພື່ອ​ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ​ເອກະສານ ​ແລະ ​ແຜນ​ບຸກຄະລາ​ກອນ​ຂັ້ນ​ກຳມະການ ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ອາ​ຍຸການ 2015-2020. ຮອດ​ວັນ​ທີ 30/9, ກົມ​ການ​ເມືອງ ​ໄດ້​ສຳ​ເລັດ​ລາຍການ​ເຮັດ​ວຽກ​ກັບ 68 ອົງຄະ​ນະ​ພັກ​ສັງກັດ​ສູນ​ກາງ ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ອາ​ຍຸ​ການ 2015-2020, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ.

ຂ່າວ/ບົດ​ອື່ນ