ກົມການເມືອງເຮັດວຽກກ່ຽວກັບເລື່ອງກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທີ່ຂຶ້ນກັບສູນກາງ

ກົມການເມືອງເຮັດວຽກກ່ຽວກັບເລື່ອງກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທີ່ຂຶ້ນກັບສູນກາງ - ảnh 1
ກົມ​ການ​ເມືອງ​ເຮັດ​ວຽກ​ກ່ຽວ​ກັບ​​ເລື່ອງ​ກະກຽມ​ໃຫ້​ກອງປະຊຸມ​
ໃຫຍ່ອົງຄະ​ນະ​ພັກ​ທີ່ຂຶ້ນ​ກັບ​ສູນ​ກາງອາຍຸການ 2015-2020
(ພາບ: baochinhphu.vn)

(vovworld) - ​ ​ ​ໃນ​ລະຫວ່າງ​ວັນ​ທີ 15-22/7, ຢູ່​ສຳນັກງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ໄດ້​ເຮັດ​ວຽກ​ກັບ 16 ອົງຄະ​ນະ​ພັກ ​ເພື່ອ​​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ຕ່າງໆ ​ແລະ ​​ແຜນຮ່າງ​​ບຸກຄະລາ​ກອນຂັ້ນກຳມະການ, ກ່ອນທີ່​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ອາຍຸ​ການ 2015-2020; ຮັບປະກັນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ທີ່​ຂຶ້ນ​ກັບ​ສູນ​ກາງ​, ປະກອບສ່ວນ​ເຂົ້າ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.

    ທີ່​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ, ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ໄດ້​ສຸມ​​ໃສ່ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຂັ້ນ​ກຳມະການ ​ແລະ ຮ່າງ​ມະຕິ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ; ຮ່າງ​ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ການ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງບຸກຄະລາ​ກອນ​ຂັ້ນ​ກຳມະການ. ບົນ​ພື້ນຖານ​ບັນດາ​ຄຳ​ເຫັນ​ປະກອບ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນດາ​ອົງຄະ​ນະ​ພັກ​ສືບ​ຕໍ່​ເພີ່ມ​ເຕີມ, ປັບປຸງ​ເອກະສານ ​ແລະ ​ແຜນ​ຮ່າງ​ບຸກຄະລາ​ກອນ​ກອງ​ປະຊຸມ, ​ເພື່ອ​ກອງ​ປະຊຸມ​ໃຫຍ່​ໄດ້​ຮັບ​ການຈັດ​ຕັ້ງ​ສຳ​ເລັດ​ຜົນ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ; ຮັບປະກັນບັນດາ​ແນວ​ຄິດ​ຊີ້​ນຳ; ບັນດາ​ຄາດໝາຍ; ໜ້າ​ທີ່​ເຊິ່ງກອງ​ປະຊຸມ​ໃຫຍ່​ໄດ້​ວາງ​ອອກ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ, ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ປົກ​ປັກ​ຮັກສາ ​ແລະ ສ້າ​ງສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ