ກຸ່ມຈີ20 ວາງເປົ້າໝາຍລະດົມເງິນເຂົ້າກອງທຶນຮັບມືກັບໂລກລະບາດທົ່ວໂລກໃຫ້ໄດ້ 1,5 ຕື້ USD

(VOVWORLD) - ກ່າວຄຳເຫັນກັບວົງການສື່ມວນຊົນ, ທ່ານ Budi Gunadi Sadikin, ລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ປະກາດວ່າ: ປະຈຸບັນ, ອາເມລິກາ, ສະຫະພາບ ເອີລົບ (ອີຢູ), ອິນໂດເນເຊຍ, ສິງກະໂປ...

ວັນທີ 17 ມິຖຸນາ, ຢູ່ປະເທດ ອິນໂດເນເຊຍ - ເຊິ່ງເປັນປະເທດພວມດຳລົງຕຳແໜ່ງເປັນປະທານໝູນວຽນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (ຈີ20) - ໃຫ້ຮູ້ວ່າ ບັນດາປະເທດນີ້ພວມວາງເປົ້າໝາຍໃນປີນີ້ວ່າຈະລະດົມເງິນເຂົ້າກອງທຶນຮັບມືກັບໂລກລະບາດປະເພດຕ່າງໆທົ່ວໂລກໃນອະນາຄົດໃຫ້ໄດ້ 1,5 ຕື້ USD. ກ່າວຄຳເຫັນກັບວົງການສື່ມວນຊົນ, ທ່ານ Budi Gunadi Sadikin, ລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ປະກາດວ່າ: ປະຈຸບັນ, ອາເມລິກາ, ສະຫະພາບ ເອີລົບ (ອີຢູ), ອິນໂດເນເຊຍ, ສິງກະໂປ ແລະ ເຢຍລະມັນ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳບ້ວງເງິນປະມານ 1,1 ຕື້ USD ໃຫ້ແກ່ກອງທຶນດັ່ງກ່າວ. ທ່ານຫວັງວ່າ, ກຸ່ມຈີ20 ອາດຈະບັນລຸໄດ້ເປົ້າໝາຍ 1,5 ຕື້ USD ໃນທ້າຍປີ 2022 ແລະ ຄາດວ່າຈະລະດົມເງິນໃຫ້ໄດ້ຈຳນວນດຽວກັນນີ້ໃນປີ 2023.

        ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກກຸ່ມ ຈີ20 ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຫຼັກການໃນການສ້າງຕັ້ງກອງທຶນມີມູນຄ່ານັບຕື້ USD ເພື່ອແນໃສ່ອຸປະຖຳລາຍຈ່າຍໃຫ້ແກ່ການເຄື່ອນໄຫວຕິດຕາມກວດກາ, ຄົ້ນຄ້ວາ, ສຳຜັດກັບວັກຊິນຢູ່ ບັນດາປະເທດມີລາຍຮັບຕ່ຳ ຫາ ປານກາງ, ກໍ່ຄືບັນດາປະເທດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ