ກຸ່ມ​ບັນ​ດາ​ນັກ​ລົງ​ທຶ​ນ​ອາ​ເມ​ລິ​ກາ - ສ.ເກົາຫຼີ ​ສົນ​ໃຈ​ເຖິງ​ການ​ພັດ​ທະ​ນາ​ໂຄງ​ການ ໄຟ​ຟ້າ​ອາຍ​ແກັດ LNG ຢູ່ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 11 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມີການຕ້ອນຮັບກຸ່ມບັນດານັກລົງທຶນ ອາເມລິກາ - ສ.ເກົາຫຼີທີ່ສົນໃຈຢາກພັດທະນາໂຄງການໄຟຟ້າອາຍແກັດເຫລວທຳມະຊາດ (LNG) ຢູ່ ຫວຽດນາມ (ECV). 
ກຸ່ມ​ບັນ​ດາ​ນັກ​ລົງ​ທຶ​ນ​ອາ​ເມ​ລິ​ກາ - ສ.ເກົາຫຼີ ​ສົນ​ໃຈ​ເຖິງ​ການ​ພັດ​ທະ​ນາ​ໂຄງ​ການ ໄຟ​ຟ້າ​ອາຍ​ແກັດ LNG ຢູ່ ຫວຽດ​ນາມ - ảnh 1ການຕ້ອນຮັບກຸ່ມບັນດານັກລົງທຶນ ອາເມລິກາ - ສ.ເກົາຫຼີ (ພາບ: TTXVN)

ທີ່ການຕ້ອນຮັບ, ຜູ້ຕາງໜ້າບັນດາວິສາຫະກິດໄດ້ຢັ້ງຢືນເຖິງຄວາມສົນໃຈ ແລະ ຄວາມປາດຖະໜາຢາກລົງທຶນເຂົ້າບັນດາໂຄງການ ໄຟຟ້າ LNG ເພື່ອແນໃສ່ປະກອບສ່ວນພັດທະນາແຫຼ່ງພະລັງງານສະອາດ, ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການຜະລິດ ແລະ ຊົມໃຊ້ໃຫ້ພຽງພໍ, ກໍ່ຄືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃນຂົງເຂດໄຟຟ້າ. ບັນດາກຸ່ມນັກລົງທຶນໄດ້ໃຫ້ຄຳໝັ້ນສັນຍາວ່າ ມີຄວາມປາດຖະໜາດຢາກລົງທຶນຍາວນານ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ປະສິດທິຜົນຂອງບັນດາໂຄງການໄຟຟ້າ LNG ຢູ່ ຫວຽດນາມ.

        ສ່ວນທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດໃນການຮ່ວມມື, ເຂົ້າຮ່ວມບັນດາໂຄງການພະລັງງານຢູ່ ຫວຽດນາມ. ເລື່ອງລົງທຶນຕ້ອງເໝາະສົມກັບການວາງແຜນກຳນົດພະລັງງານໄຟຟ້າ ຂອງ ຫວຽດນາມ, ຜະລິດຕະພັນໄຟຟ້າຕ້ອງມີລາຄາແກ້ງແຍ້ງ, ເໝາະສົມກັບລະບົບສາຍສົ່ງໄຟຟ້າ. ກ່ຽວກັບນັກລົງທຶນ ອາເມລິກາ, ທ່ານ ຈິ້ງດິ່ງຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ເລື່ອງບັນດານັກລົງທຶນໃຫຍ່ຂອງ ອາເມລິກາ ເພີ່ມທະວີການລົງທຶນຢູ່ ຫວຽດນາມຈະຊ່ວຍການມຸ່ງໄປສູ່ຄວາມສົມດຸນໃນການຄ້າ, ການນຳເຂົ້າສົ່ງອອກລະຫວ່າງ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ