ກຸ່ມບໍລິສັດ AIC ຂອງຫວຽດນາມ ຍາດໄດ້ລາງວັນດີເດັ່ນທີ່ການແຂ່ງຂັນທົ່ວປະເທດກ່ຽວກັບນະຄອນອັດສະລິຍະ

(VOVWORLD) -ກຸ່ມບໍລິສັດ AIC ຂອງຫວຽດນາມ ຫາກໍຍາດໄດ້ລາງວັນ “ແນວຄວາມຄິດ, ຮູບຈໍາລອງປະເທດອັດສະລິຍະ” ດີເດັ່ນໃນການແຂ່ງຂັນທົ່ວໂລກກ່ຽວກັບນະຄອນອັດສະລິຍະ 2018 ໂດຍອົງການຈັດຕັ້ງນະຄອນອັດສະລິຍະໂລກ ສົມທົບກັບ ສະຖາບັນວິທະຍາສາດການຄວບຄຸມບັນຊາ ຂຶ້ນກັບ ສະຖາບັນດິດວິທະຍາສາດ ສະຫະພັນລັດເຊຍ ແລະ ສະຫະສະມາຄົມ ເຕັກໂນໂລຢີ Normandie French Tech (ຝລັ່ງ) ຈັດຕັ້ງຂຶ້ນ ຢູ່ອັງກິດ.

ກຸ່ມບໍລິສັດ AIC ຂອງຫວຽດນາມ ຍາດໄດ້ລາງວັນດີເດັ່ນທີ່ການແຂ່ງຂັນທົ່ວປະເທດກ່ຽວກັບນະຄອນອັດສະລິຍະ - ảnh 1ທ່ານນາງ ຫງວຽນທິແທງຍ່ານ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ AIC ຮັບລາງວັນ  “ແນວຄວາມຄິດ, ຮູບຈໍາລອງປະເທດອັດສະລິຍະ” (ພາບ:laodong.vn)

ທ່ານນາງ Sarolta Besenyei, ປະທານສະພາກໍາມະການ, ນັກຊ່ຽວຊານກ່ຽວກັບຂົງເຂດນະຄອນອັດສະລິຍະຂອງຄະນະກໍາມະການ ເອີຣົບ, ໃຫ້ຮູ້ວ່າ ສະພາກໍາມະການເວົ້າລວມ ແລະ ໂດຍສ່ວນຕົວຂອງທ່ານນາງເວົ້າສະເພາະ ແມ່ນມີຄວາມປະທັບໃຈຫຼາຍສໍາລັບໂຄງການປະສົມຂອງ ກຸ່ມບໍລິສັດ  AIC ເພາະວ່າ ກຸ່ມບໍລິສັດ AIC ບໍ່ພຽງແຕ່ຍົກໃຫ້ເຫັນແນວຄວາມຄິດ, ຮູບຈໍາລອງເທົ່່ານັ້ນ ຫາກຍັງໄດ້ຍົກອອກບັນດາມາດຕະການແກ້ໄຂສັງລວມ ເພື່ອກໍ່ສ້າງປະເທດອັດສະລິຍະ. ທ່ານນາງ Besenyei ໃຫ້ຮູ້ວ່າ ກຸ່ມບໍລິສັດ AIC ໄດ້ດຶງດູດໃຈຄະນະກໍາມະການ ເພາະວ່າ ກຸ່ມບໍລິສັດ AIC ໄດ້ຍົກໃຫ້ເຫັນບັນດາເປົ້າໝາຍລະອຽດທີ່ໄດ້ຊົມໃຊ້ຈາກແນວຄວາມຄິດປະເທດອັດສະລິຍະ, ບໍ່ພຽງແຕ່ຊ່ວຍໃຫ້ການນໍາ, ວິສາຫະກິດ, ນັກລົງທຶນຕ່າງປະເທດ, ສະມາຊິກສະພາແຫ່ງຊາດ, ລັດຖະກອນ, ພາລະກອນເທົ່ານັ້ນ  ຫາກ ກຸ່ມບໍລິສັດ AIC ຍັງມຸ່ງໄປເຖິງການຮັບໃຊ້ໃຫ້ແກ່ປະຊາຊົນ, ຂະແໜງ, ອາຊີບຕ່າງໆ ຄືນັກຄົ້ນຄວ້າ, ສື່ມວນຊົນ, ແພດໝໍ, ຄູອາຈານ, ນັກສຶກສາ, ທະນາຍຄວາມ, ຜູ້ພິພາກສາ ແລະ ອື່ນໆອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ