ກຸ່ມບໍລິສັດ BIN Corporation ແລະ VOV ພາກກາງໜູນຊ່ວຍຄ່າໃຊ້ຈ່າຍກໍ່ສ້າງເຮືອນ 6 ຫຼັງມອບໃຫ້ບັນດາຄອບຄົວທຸກຍາກ

(VOVWORLD) - ກຸ່ມບໍລິສັດ BIN Corporation ສົມທົບກັບອົງການ VOV ປະຈຳ ພາກກາງ ໄດ້ມອບບ້ວງເງິນໜູນຊ່ວຍກໍ່ສ້າງເຮືອນ 6 ຫຼັງໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນ ຕາມກີ່ ທີ່ມີມູນຄ່າ 360 ລ້ານດົ່ງ.
ກຸ່ມບໍລິສັດ BIN Corporation ແລະ VOV ພາກກາງໜູນຊ່ວຍຄ່າໃຊ້ຈ່າຍກໍ່ສ້າງເຮືອນ 6 ຫຼັງມອບໃຫ້ບັນດາຄອບຄົວທຸກຍາກ - ảnh 1ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນ ຕາມກີ່ ໄດ້ຮັບເງິນໜູນຊ່ວຍຈາກ ກຸ່ມບໍລິສັດ BIN Corporation

 

ຕອນບ່າຍວັນທີ 19 ກັນຍາ, ຢູ່ນະຄອນ ຕາມກີ່, ແຂວງ ກ໋ວາງນາມ, ກຸ່ມບໍລິສັດ BIN Corporation ສົມທົບກັບອົງການ VOV ປະຈຳ ພາກກາງ ໄດ້ມອບບ້ວງເງິນໜູນຊ່ວຍກໍ່ສ້າງເຮືອນ 6 ຫຼັງໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນ ຕາມກີ່ ທີ່ມີມູນຄ່າ 360 ລ້ານດົ່ງ. ທ່ານ ເຢືອງວັນຈີ໋, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຕາມກີ່, ແຂວງ ກ໋ວາງນາມ, ໃຫ້ຮູ້ວ່າ:

“ນີ້ແມ່ນ 6 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ. ຍ້ອນໄດ້ຮັບການເຊື່ອມຕໍ່ຂອງ VOV ປະຈຳພາກກາງ ກັບກຸ່ມບໍລິສັດ BIN Corporation ກໍ່ໄດ້ນຳມາເຊິ່ງຄວາມປີຕິຊົມຊື່ນອັນໃຫຍ່ຫຼວງໃຫ້ແກ່ພໍ່ແມ່ປະຊາຊົນ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຕື້ນຕັນໃຈຫຼາຍ. ແນ່ນອນວ່າພາຍຫຼັງໄລຍະພາຍຸນີ້, ພໍ່ແມ່ປະຊາຊົນຈະມີເຮືອນທີ່ອົບອຸ່ນເພື່ອອາໄສ ແລະ ມີຊີວິດການເປັນຢູ່ເປັນປົກກະຕິ ”

ຕອບກັບ

ຂ່າວ/ບົດ​ອື່ນ