ກຸ່ມບໍລິສັດ BKAV ຜະລິດເຄື່ອງຊ່ວຍຫາຍໃຈເພື່ອປິ່ນປົວຜູ້ຕິດໂຄວິດ 19

(VOVWORLD) -ມີວິສາຫະກິດ 3 ແຫ່ງໃນໂລກ ໄດ້ຮັບຫນັງສືອະນຸຍາດໃຫ້ຜະລິດເຄື່ອງຊ່ວຍຫາຍໃຈຢ່າງເປັນທາງການ, ໃນນັ້ນ ມີກຸ່ມບໍລິສັດ Vingroup ຂອງຫວຽດນາມ

ກຸ່ມບໍລິສັດ BKAV  ຜະລິດເຄື່ອງຊ່ວຍຫາຍໃຈເພື່ອປິ່ນປົວຜູ້ຕິດໂຄວິດ 19 - ảnh 1ມີກຳມະກອນຂອງໂຮງງານກວ່າ 9000 ຄົນກຽມພ້ອມຜະລິດເຄື່ອງຊ່ວຍຫາຍໃຈ

ພາບ: baogiaothong


ກຸ່ມບໍລິສັດເຕັກໂນໂລຊີ BKAV ປະກາດ ໄດ້ສຳເລັດແຜນການຜະລິດເຄື່ອງຊ່ວຍຫາຍໃຈເພື່ອຊ່ວຍປີ່ນປົວໃຫ້ຜູ້ຕິດໂຄວິດ 19. ຕາມແຜນການແລ້ວ, ກາງເດືອນ ພຶດສະພາຈະມາເຖິງ ກຸ່ມບໍລິສັດດັ່ງກ່າວ ຈະຜະລິດເຄື່ອງຊ່ວຍຫາຍໃຈຊຸດທົດລອງທຳອິດ ເພື່ອສາມາດຂໍອະນຸຍາດກະຊວງສາທາລະນະສຸກເພື່ອໃຫ້ຜະລິດເປັນຈຳນວນຫລາຍໃນໄລຍະຕໍ່ໄປ.

ເຄື່ອງຊ່ວຍຫາຍໃຈດັ່ງກ່າວແມ່ນເຮັດຕາມຮູບແບບ PB560 ຂອງບໍລິສັດອຸປະກອນການແພດແຖວຫນ້າຂອງໂລກ Medtronic. ປະມານ 10% ຜູ້ຕິດເຊື້ອໂຄວິດ 19 ຕ້ອງນຳໃຊ້ເຄື່ອງຊ່ວຍຫາຍໃຈໃນການປິ່ນປົວ ສະນັ້ນ ໂລກພວມຂາດແຄນອຸປະກອນນີ້ຫລາຍ.

 ກ່ຽວຂ້ອງເຖິງເຄື່ອງຊ່ວຍຫາຍໃຈ.

ກ່ອນຫນ້ານີ້ ໃນວັນທີ 8 ເມສາ ບໍລິສັດ Medtronic ໄດ້ຢັ້ງຢືນວ່າ ມີວິສາຫະກິດ 3 ແຫ່ງໃນໂລກ ໄດ້ຮັບຫນັງສືອະນຸຍາດໃຫ້ຜະລິດເຄື່ອງຊ່ວຍຫາຍໃຈຢ່າງເປັນທາງການ, ໃນນັ້ນ ມີກຸ່ມບໍລິສັດ Vingroup ຂອງຫວຽດນາມ, Foxconn ຂອງໄຕ້ຫວັນ ແລະ  Baylis Medical ຂອງການາດາ.

 

ຕອບກັບ

ຂ່າວ/ບົດ​ອື່ນ