ກຸ່ມ​ບໍ​ລິ​ສັດ CT Group ຂ​ອງຫວຽດ​ນາມ ເປ​ີດ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ປະ​ຈຳ ອິດ​ສະ​ຣາ​ແອັນ

(VOVWORLD) -  ວັນທີ 19 ມິຖຸນາ ຢູ່ Tel Aviv, ກຸ່ມບໍລິສັດ CT Group (ຫວຽດນາມ) ຈັດພິທີເປີດສະຫຼອງຫ້ອງການຜູ້ຕາງໜ້າ ປະຈຳ ອິດສະຣາແອັນ ເພື່ອແນໃສ່ເຊື່ອມຕໍ່, ຊຸກຍູ້ການຮ່ວມມືກັບຕະຫຼາດປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເຕັກໂນໂລຢີສູູງຂອງ ອິດສະຣາແອັນ. 
ກຸ່ມ​ບໍ​ລິ​ສັດ CT Group ຂ​ອງຫວຽດ​ນາມ ເປ​ີດ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ປະ​ຈຳ ອິດ​ສະ​ຣາ​ແອັນ - ảnh 1ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື  (ພາບ: TTXVN)

ຫ້ອງການດັ່ງກ່າວ ໄດ້ຕັ້ງຢູ່ ຕຶກອາຄານ H Tower, ຢູ່ໃຈກາງ Tel Aviv, ເຊິ່ງເປັນເຂດເຕົ້າໂຮມບັນດາບໍລິສັດລົງທຶນດ້ານການເງິນ ແລະ ເຕັກໂນໂລຢີສູງຂອງ ອິດສະຣາແອັນ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນກິມຈູງ, ປະທານກຸ່ມບໍລິສັດ CT Group ໃຫ້ຮູ້ວ່າ ການສ້າງຕັ້ງຫ້້ອງການຜູ້ຕາງໜ້າປະຈຳ Tel Aviv, ປະເທດ ອິດສະຣາແອັນ ແມ່ນ ມີຄວາມໝາຍສຳຄັນ, ຢັ້ງຢືນຍຸດທະສາດຂອງກຸ່ມບໍລິສັດກ່ຽວກັບການປ່ຽນແປງຮູບການລົງທຶນດ້ານການດຳເນີນທຸລະກິດ, ການໃຫ້ບຸລິມະສິດພັດທະນາບັນດາຂະແໜງເຕັກໂນໂລຢີສູງ ເພື່ອໄປທັນກັບທ່າອ່ຽງພັດທະນາທີ່ໄວທີ່ສຸດຂອງການປະຕິຮູບວິທະຍາສາດເຕັກໂນໂລຢີໃນໂລກ ແລະ ການເຊື່ອມຕໍ່ລະຫວ່າງກຸ່ມບໍລິສັດ ກັບ ອິດສະຣາແອັນ.

        ທີ່ພິທີເປີດສະຫຼອງ ໄດ້ດຳເນີນພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື (MOU) ລະຫວ່າງ ບໍລິສັດ VGCT - ເຊິ່ງເປັນບໍລິສັດລູກຂອງ ກຸ່ມບໍລິສັດ CT Group ກັບ ບໍລິສັດ OBCT – CD24 ກ່ຽວກັບມາດຕະການທີ່ມີລັກສະນະວິທະຍາສາດບຸກທະລຸ ເພື່ອແນໃສ່ປິ່ນປົວພະຍາດກ່ຽວກັບປອດ;  ແລະ ຂໍ້ຕົກລົງລະຫວ່າງກຸ່ມບໍລິສັດ CT Group ກັບ ບໍລິສັດ Falcon ກ່ຽວກັບການໝູນໃຊ້ເຕັກໂນໂລຢີໃໝ່ໃນການກໍ່ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ