ກຸ່ມບໍລິສັດ Exxon Mobil ຢາກເພີ່ມທະວີການຮ່ວມມືກັບຫວຽດນາມ

ກຸ່ມບໍລິສັດ Exxon Mobil ຢາກເພີ່ມທະວີການຮ່ວມມືກັບຫວຽດນາມ - ảnh 1
(ພາບປະກອບ: foxbusiness.com)

(vovworld) – ​​​ວັນ​ທີ 16/09, ຢູ່​ສຳ​ນັກງານ​ກົງ​ສູນ​ໃຫຍ່, ຫົວໜ້າ​ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ​ນະຄອນ Houton, ລັດ Texas, ປະ​ເທດ​ອາ​ເມລິ​ກາ, ທ່ານ ຫງວຽນ​ວັນ​ຮ່ວາ ​ໄດ້​ໃຫ້ການ​ຕ້ອນຮັບ​ຮອງ​ປະທານ​ຜູ້​ຮັບຜິດຊອບ​ການ​ພົວພັນ​ກັບ​ລັດຖະບານ​ບັນດາ​ປະ​ເທດ​ຂອງ​ກຸ່ມ​ບໍລິສັດ Exxon Mobil ​ທ່ານ Neal Goins.

        ທີ​່ການ​ຕ້ອນຮັບ, ທ່ານຫົວໜ້າ​ກົງ​ສູນ​ໃຫຍ່ ຫງວຽນ​ວັນ​ຮ່ວາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໂຄງການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Exxon Mobil ກໍ່​ຄື​ການ​ເຄື່ອນ​ໄຫວ​​ກຸສົນ, ມະນຸດສະທຳ​ເຊິ່ງກຸ່ມ​ບໍ​ສັດ​ນ້ຳມັນ​ອາຍ​ແກັດ​ໃຫຍ່​ອັນ​ດັບ 3 ຂອງ​ໂລກພວມ​ລົງທຶນ​ຢູ່​ຫວຽດນາມ ​ໃນ​ໄ​ລ​ຍະ​ຜ່ານ​ມາ. ທ່ານຫົວໜ້າ​ກົງ​ສູນ​ໃຫຍ່ ຫງວຽນ​ວັນ​ຮ່ວາ ປາດ​ຖະໜາ​ວ່າ Exxon Mobil ສືບ​ຕໍ່​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລະ ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

        ທ່ານ Neal Goins ສະ​ແດງ​ຄວາມ​ເບີກບານ​ຕໍ່​​ເລື່ອງ​ກຸ່ມ​ບໍລິສັດ Exxon Mobil ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ, ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ກຸ່ມ​ບໍລິສັດ​ຈະ​ສືບ​ຕໍ່​ສົມທົບ​ກັນ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ. ທ່ານ Neal Goins ກໍ່​ເນັ້ນ​ໜັກ​ຄຳ​ໝັ້ນ​ສັນຍາ​ຂອງ Exxon Mobil ວ່າ​ຈະ​ນຳ​ມາ​ໃຫ້​ຫວຽດນາມ ບັນດາ​ໂຄງການ​ດີ​ທີ​ສຸດ​ນັບທັງ​ທາງ​ດ້ານ​ມູນຄ່າລົງທຶນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ