ກຸ່ມບ​ໍ​ລິ​ສັດ GAZ ຂອງ ລັດ​ເຊຍ ​ຈະ ​ປະ​ກອບ ລົດ​ໂອ​ໂຕ ​ຢູ່ ຫວຽດ​ນາມ

(VOVWORLD) -ສຳນັກຂ່າວສານ TASS ໄດ້ຄັດສະເໜີຄຳເວົ້າຂອງ ທ່ານ ຮອງນາຍົກລັດຖະມົນຕີ ລັດເຊຍ Maxim Akimov - ປະທານຝ່າຍ ລັດເຊຍ ໃນຄະນະກຳມະການລະຫວ່າງລັດຖະບານ ລັດເຊຍ - ຫວຽດນາມ ກ່ຽວກັບການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກນິກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດ GAZ ຂອງລັດເຊຍຈະເລີ່ມຕົ້ນປະກອບລົດໂອໂຕຢູ່ ຫວຽດນາມ.
ກຸ່ມບ​ໍ​ລິ​ສັດ GAZ ຂອງ ລັດ​ເຊຍ ​ຈະ ​ປະ​ກອບ ລົດ​ໂອ​ໂຕ ​ຢູ່ ຫວຽດ​ນາມ - ảnh 1ພາບປະກອບ: TTXVN 

ທ່ານ Akimov ໃຫ້ຮູ້ວ່າ ບັນດາເຄື່ອງອາໄຫຼ່ປະກອບ ລົດໂອໂຕຄັ້ງທຳອິດ ໄດ້ສົ່ງມາໃຫ້ຫວຽດນາມ ແລ້ວ. ທ່ານ Akimov ຢັ້ງຢືນວ່າ ໃນທ້າຍປີ ນີ້, ເຄື່ອງອາໄຫຼ່ ລົດໄຟຟ້າ 380 ຊຸດ ຄາດວ່າຈະສົ່ງມາຍັງ ຫວຽດນາມ. ປັດຈຸບັນ ມີ ເຄື່ອງອາໄຫຼ່ ລົດເມຂະໜາດນ້ອຍ Cityline170 ຊຸດ ໄດ້ສົ່ງມາຜ່ານທາງທະເລແລ້ວ.

        ກ່ອນໜ້ານັ້ນ, ກຸ່ມບໍລິສັດ GAZ ຄາດວ່າ ຈະສ້າງຕັ້ງບໍລິສັດຮ່ວມທຸລະກິດກັບ ກຸ່ມບໍລິສັດ ແທັ່ງດາດ ຂອງ ຫວຽດນາມເພື່ອປະກອບ ລົດໂອໂຕຢູ່ ນະຄອນ ດ່ານັ້ງ. GAZ ແມ່ນບໍລິສັດ ແຖວໜ້າກ່ຽວກັບລົດໄຟຟ້າໃນການຕະຫຼາດ ລັດເຊຍ, ກວມເອົາ 45% ລາຍຮັບໃນແຕ່ລະເດືອນ ຕາມຂໍ້ມູນ ເດືອນ ກັນຍາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ