ກຸ່ມບໍລິສັດ Novatek ມີຄວາມສົນໃຈເຖິງບັນດາໂຄງການໄຟຟ້າຈາກອາຍແກຼັດຂອງ ຫວຽດນາມ

(VOVWORLD) - ນະທີ່ນີ້, ທ່ານນາງ E.N.Golm, ຜູ້ອຳນວຍການຝ່າຍພັດທະນາທຸລະກິດ Novatek, ຜູ້ຕາງໜ້າກຸ່ມບໍລິສັດ Novatek, ໃຫ້ຮູ້ວ່າ: ປະຈຸບັນ, Novatek ມີໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍສະມັດຕະພາບ 1,5 GW ຢູ່ນິງທ້ວນ.
ກຸ່ມບໍລິສັດ Novatek ມີຄວາມສົນໃຈເຖິງບັນດາໂຄງການໄຟຟ້າຈາກອາຍແກຼັດຂອງ ຫວຽດນາມ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:VGP/Phan Trang)

ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊິງເຍີດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ, ມີການເຮັດວຽກກັບກຸ່ມບໍລິສັດ Novatek, ວິສາຫະກິດຜະລິດອາຍແກຼັດທຳມະຊາດ ໃຫຍ່ທີ່ສຸດຢູ່ ລັດເຊຍ, ເພື່ອແນໃສ່ແລກປ່ຽນບັນດາບັນຫາກ່ຽວຂ້ອງເຖິງການເຂົ້າຮ່ວມຂອງ Novatek ໃນບັນດາໂຄງການນຳໃຊ້ອາຍແກຼັດທຳມະຊາດ ແຫຼວ ໃນເຂດດິນແດນ ຫວຽດນາມ. ນະທີ່ນີ້, ທ່ານນາງ E.N.Golm, ຜູ້ອຳນວຍການຝ່າຍພັດທະນາທຸລະກິດ Novatek, ຜູ້ຕາງໜ້າກຸ່ມບໍລິສັດ Novatek, ໃຫ້ຮູ້ວ່າ: ປະຈຸບັນ, Novatek ມີໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍສະມັດຕະພາບ 1,5 GW ຢູ່ນິງທ້ວນ. ປະຈຸບັນ, Novatek ໄດ້ມີຄວາມສົນໃຈເຖິງໂຄງການໂຮງງານໄຟຟ້າຈາກອາຍແກຼັດ (LNG) ຢູ່ ຫວຽດນາມ, ຫາກບໍ່ພຽງແຕ່ໂຄງການໂຮງງານຢູ່ນິງທ້ວນເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງການສຳຜັດຕະຫຼາດອາຍແກັຼດ ທີ່ພວມພັດທະນາຂອງ ຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ