ກຸມ​ບໍ​ລິ​ສັດ TH ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ເອ​ກະ​ຊົນ ຕ້ອງ​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ເຊື່ອມ​ໂຍງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມບໍລິສັດ TH ສືບຕໍ່ປະຕິບັດແນວທາງຂອງພັກ, ກົດໝາຍຂອງລັດ ກ່ຽວກັບການພັດທະນາເສດຖະກິດເອກະຊົນ, ກາຍເປັນກຳລັງພັກດັນຂອງພື້ນຖານເສດຖະກິດຂອງປະເທດ; ເສີມຂະຫຍາຍກຳລັງຄວາມສາມາດ; ທາດແທ້ຄຸນສົມບັດ, ສະຕິປັນຍາຂອງຊາວ ຫວຽດນາມ ຢູ່ໃນຕົວນັກທຸລະກິດແຕ່ລະຄົນໃຫ້ໄດ້ຢ່າງສຸດຂີດ. 
ກຸມ​ບໍ​ລິ​ສັດ TH ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ເອ​ກະ​ຊົນ ຕ້ອງ​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ເຊື່ອມ​ໂຍງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: tuoitre.vn)

ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ, ຕອນເຊົ້າວັນທີ 23 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ TH. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມບໍລິສັດ TH ສືບຕໍ່ປະຕິບັດແນວທາງຂອງພັກ, ກົດໝາຍຂອງລັດ ກ່ຽວກັບການພັດທະນາເສດຖະກິດເອກະຊົນ, ກາຍເປັນກຳລັງພັກດັນຂອງພື້ນຖານເສດຖະກິດຂອງປະເທດ; ເສີມຂະຫຍາຍກຳລັງຄວາມສາມາດ; ທາດແທ້ຄຸນສົມບັດ, ສະຕິປັນຍາຂອງຊາວ ຫວຽດນາມ ຢູ່ໃນຕົວນັກທຸລະກິດແຕ່ລະຄົນໃຫ້ໄດ້ຢ່າງສຸດຂີດ. ສ້າງວັດທະນະທຳໃຫ້ປອດໃສ, ສີວິໄລ, ເປັນມືອາຊີບ, ມີຄວາມສະເໝີພາບໃນໝູ່ນັກທຸລະກິດ, ຜົນປະໂຫຍດຂອງປະເທດ, ຂອງຊາດ ຕ້ອງມາກ່ອນ; ຮັບປະກັນຄວາມກົມກຽວຜົນປະໂຫຍດລະຫວ່າງ ລັດ, ປະຊາຊົນ ແລະ ວິສາຫະກິດ. ຍູ້ແຮງການຮ່ວມມືພາກລັດ - ເອກະຊົນ ເຂົ້າໃນການພັດທະນາປະເທດຊາດ, ໂດຍສະເພາະແມ່ນດຶງດູດແຫຼ່ງກຳລັງຈາກເອກະຊົນເຂົ້າໃນການປ່ຽນແປງໃໝ່ວິທະຍາສາດ, ເຕັກໂນໂລຢີ, ຫັນເປັນດີຈີຕອນ, ສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດສະຕິປັນຍາ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບເງິນໜູນຊ່ວຍກໍ່ສ້າງຫໍວັດທະນະທຳຂັ້ນຕາແສງພູດອຍ ທີ່ມີຄວາມຫຍຸ້ງຍາກ 30 ຫຼັງ ແລະ ເຮືອນແຫ່ງສາຍຈິດມິດໃຈ 20 ຫຼັງ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ເມືອງ ເຫງັຍດານ.


ຕອບກັບ

ຂ່າວ/ບົດ​ອື່ນ