ກຸ່ມ​ບໍ​ລິ​ສັດ T&T Group ແລະ ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ຮ່ວມ​ມື​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຢູ່​ ຫວຽດ​ນາມ

(VOVWORLD) -T&T Group ແລະ ກຸ່ມບໍລິສັດ UPC Renewables (ອາເມລິກາ) ໄດ້ລົງນາມໃນບົດບັນທຶກ MoU ກ່ຽວກັບການຮ່ວມມືລົງທຶນບັນດາໂຄງການພະລັງງານແຮງລົມຢູ່ແຄມຝັ່ງ ແລະ ຕາມຝັ່ງ ພະລັງງານແສງຕາເວັນຢູ່ ແຂວງນິງທ້ວນ, ດັກນົງ, ຊອກຈັງ, ເບັ້ນແຈ, ບາກລຽວ ດ້ວຍຍອດກຳລັງຜະລິດໄຟຟ້າຄາດວ່າເກືອບ 1.500 MW, ຍອດມູນຄ່າລົງທຶນປະມານ 2,5 ຕື້ USD.
ກຸ່ມ​ບໍ​ລິ​ສັດ T&T Group ແລະ ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ຮ່ວມ​ມື​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຢູ່​ ຫວຽດ​ນາມ - ảnh 1T&T Group ແລະ ກຸ່ມບໍລິສັດ UPC Renewables (ອາເມລິກາ) ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການພັດທະນາພະລັງງານ  (ພາບ: thanhtra.com.vn) 

ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ອາເມລິກາ, ຜູ້ຕາງໜ້າ ກຸ່ມບໍລິສັດ T&T Group ໄດ້ລົງນາມໃນເອກະສານ ແລະ ບົດບັນທຶກຊ່ວຍຈຳ (MoU) ຫຼາຍສະບັບກັບບັນດາຄູ່ຮ່ວມມື ອາເມລິກາ ເພື່ອຮ່ວມມືລົງທຶນບັນດາໂຄງການພະລັງງານຜະລິດຄືນໃໝ່; ເກັບຊື້ຜະລິດຕະພັນກະເສດ ແລະ ກາຍເປັນຜູ້ແຈກຢາຍຜູກຂາດເຄື່ອງໝາຍການຄ້າຜະລິດຕະພັນການຢາທີ່ມີຊື່ສຽງແຖວໜ້າຢູ່ ປະເທດນີ້.

        ຕາມນັ້ນແລ້ວ, T&T Group ແລະ ກຸ່ມບໍລິສັດ UPC Renewables (ອາເມລິກາ) ໄດ້ລົງນາມໃນບົດບັນທຶກ MoU ກ່ຽວກັບການຮ່ວມມືລົງທຶນບັນດາໂຄງການພະລັງງານແຮງລົມຢູ່ແຄມຝັ່ງ ແລະ ຕາມຝັ່ງ ພະລັງງານແສງຕາເວັນຢູ່ ແຂວງນິງທ້ວນ, ດັກນົງ, ຊອກຈັງ, ເບັ້ນແຈ, ບາກລຽວ ດ້ວຍຍອດກຳລັງຜະລິດໄຟຟ້າຄາດວ່າເກືອບ 1.500 MW, ຍອດມູນຄ່າລົງທຶນປະມານ 2,5 ຕື້ USD.

        T&T Group ກໍໄດ້ສຳເລັດການລົງນາມໃນສັນຍາ 2 ສະບັບກ່ຽວກັບການນຳເຂົ້າວັດຖຸດິບຜະລິດຫົວອາຫານສັດ ດ້ວຍຍອດມູນຄ່າ 525 ລ້ານ USD ແລະ ໜູນຊ່ວຍຊຸກຍູ້ການຜະລິດດຳເນີນທຸລະກິດຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ