ກຸ່ມ​ບໍ​ລິ​ສັດ UOB: ແງ​່​ຫວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຕັ້ງ​ໜ້າ​ທີ່​ສຸດ

(VOVWORLD) - GDP ຂອງ ຫວຽດນາມເພີ່ມຂຶ້ນ 6,93% ໃນໄຕມາດທີ II, ສືບຕໍ່ທ່າເຕີບໂຕຢູ່ລະດັບ 5,87%ໃນໄຕມາດທີ I. ສິ່ງນີ້ຊ່ວຍພື້ນຖານເສດຖະກິດຫວຽດນາມ ມີການເຕີບໂຕຢູ່ລະດັບ 6,42%ໃນ 6 ເດືອນຕົ້ນປີນີ້, ລື່ນກາຍລະດັບ 3,84%ໃນ 6 ເດືອນຕົ້ນປີ 2023.
ກຸ່ມ​ບໍ​ລິ​ສັດ UOB: ແງ​່​ຫວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຕັ້ງ​ໜ້າ​ທີ່​ສຸດ - ảnh 1ທ່ານ Suan Teck Kin ຜູ້ອຳນວຍການກຸ່ມຄົ້ນຄ້ວາຕະຫຼາດ ແລະ ເສດຖະກິດທົ່ວໂລກ, ກຸ່ມບໍລິສັດ UOB (ພາບ: vietstock.vn)

ການຟື້ນຟູຂອງຄວາມຕ້ອງການພາຍນອກ ແລະ ພາຍໃນປະເທດ, ກໍ່ຄືຂົງເຂດການຜະລິດໄດ້ໜູນຊ່ວຍພື້ນຖານເສດຖະກິດ ຫວຽດນາມ ມີການເຕີບໂຕຢ່າງແຮງກ່ວາຄວາມມຸ່ງຫວັງໃນ 6 ເດືອນຕົ້ນປີ 2024. ທີ່ພິທີປະກາດການຄົ້ນຄ້ວາແງ່ຫວັງວິສາຫະກິດປີ 2024 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ, ທ່ານ Suan Teck Kin ຜູ້ອຳນວຍການກຸ່ມຄົ້ນຄ້ວາຕະຫຼາດ ແລະ ເສດຖະກິດທົ່ວໂລກ, ກຸ່ມບໍລິສັດ UOB ໄດ້ເນັ້ນໜັກວ່າການເຕີບໂຕເສດຖະກິດ ຫວຽດນາມ ລື່ນກາຍຄວາມມຸ່ງຫວັງ; ກຳລັງໜູນໃຫ້ແກ່ການເຕີບໂຕນັ້ນ ກ່ຽວຂ້ອງເຖິງການຟື້ນຟູຄວາມຕ້ອງການຂະແໜງເຕັກໂນໂລຢີ, ການເຕີບໂຕທີ່ເປັນປົກກະຕິຢູ່ ຈີນ ແລະ ພາກພື້ນກໍ່ຄືຄວາມສາມາດໃນການໂຍະຍານນະໂຍບາຍເງິນຕາຂອງທະນາຄານສູນກາງໃຫຍ່ ຈະໜູນຊ່ວຍແງ່ຫວັງຂອງ ຫວຽດນາມ.

ໄຈແຍກກ່ຽວກັບໝາກຜົນທີ່ຕັ້ງໜ້າໃນ 6 ເດືອນຕົ້ນປີນີ້ຂອງ ຫວຽດນາມ, UOB ໃຫ້ຮູ້ວ່າ GDP ຂອງ ຫວຽດນາມເພີ່ມຂຶ້ນ 6,93% ໃນໄຕມາດທີ II, ສືບຕໍ່ທ່າເຕີບໂຕຢູ່ລະດັບ 5,87%ໃນໄຕມາດທີ I. ສິ່ງນີ້ຊ່ວຍພື້ນຖານເສດຖະກິດຫວຽດນາມ ມີການເຕີບໂຕຢູ່ລະດັບ 6,42%ໃນ 6 ເດືອນຕົ້ນປີນີ້, ລື່ນກາຍລະດັບ 3,84%ໃນ 6 ເດືອນຕົ້ນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ