ກຸ່ມບໍລິສັດ Viettel ຂອງຫວຽດນາມ ຮັບໃບຢັ້ງຢືນຈາກ 2 ອົງການທີ່ມີຊື່ສຽງໃນໂລກ

(VOVWORLD) -ວັນທີ 14 ສິງຫາ, ສູນຖານຂໍ້ມູນຂອງ ກຸ່ມບໍລິສັດ Viettel ຢູ່ ຮ່ວາລາກ ໄດ້ຮັບໃບຢັ້ງຢືນ Uptime Tier III ກ່ຽວກັບການອອກແບບສູນຖານຂໍ້ມູນ ຈາກ ອົງການ Uptime Institute ຂອງ ອາເມລິກາ ຊື່ງແມ່ນອົງການທີ່ມີຊື່ສຽງແຖວຫນ້າໂລກ . 
ກຸ່ມບໍລິສັດ Viettel ຂອງຫວຽດນາມ ຮັບໃບຢັ້ງຢືນຈາກ 2 ອົງການທີ່ມີຊື່ສຽງໃນໂລກ - ảnh 1 ກຸ່ມບໍລິສັດ Viettel ຂອງຫວຽດນາມ ຮັບໃບຢັ້ງຢືນຈາກ 2 ອົງການທີ່ມີຊື່ສຽງໃນໂລກ

ກ່ອນຫນ້ານັ້ນ ເດືອນທັນວາ ປີ 2019, Viettel IDC ກໍ່ໄດ້ຮັບໃບຢັ້ງຢືນ ANSI/TIA-942 Rated 3 ຈາກອົງການ Enterprise Products Integration Pte Ltd (EPI) ກ່ຽວກັບການກໍ່ສ້າງຖານຂໍ້ມູນ. ໃບຢັ້ງຢືນຫລ້າສຸດນີ້ ເປັນການສະແດງໃຫ້ເຫັນວ່າ ສູນຖານຂໍ້ມູນດັ່ງກ່າວຂອງ Viettel ຕອບສະຫນອງໄດ້ບັນດາມາດຕະຖານສາກົນ, ຮັບປະກັນຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກ່ຽວກັບສະຖຽນລະພາບ, ຄວາມປອດໄພ ແລະ ຕໍ່ເນື່ອງໃນວິວັດການເຄື່ອນໄຫວ, ສະຫນອງບໍລິການໃຫ້ລູກຄ້າ, ນັບທັງໃນເງື່ອນໄຂຫຍຸ້ງຍາກທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ