ກຸ່ມບໍລິສັດຖ່ານຫີນຫວຽດນາມ ຜັນຂະຫຍາຍໜ້າທີປີ 2013

ກຸ່ມບໍລິສັດຖ່ານຫີນຫວຽດນາມ ຜັນຂະຫຍາຍໜ້າທີປີ 2013 - ảnh 1
ຂະ​ແໜງ​ຖ່ານ​ຫີນຈັດກອງປະຊຸມ​ສະຫຼຸບ​ປີ 2012 ​
ແລະ ຜັນ​ຂະຫຍາຍໜ້າ​ທີ່​ປີ 2013
(ພາບ: vinacomin.vn)


(vovworld) -     ຂະ​ແໜງ​ຖ່ານ​ຫີນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ຕ້ອງ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ; ນຳ​ໜ້າ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່; ສຸມ​ໃສ່​ລົງທຶນ​ເຂົ້າ​ບັນດາບໍ່​ແຮ່​ທີ່​ຕ້ອງ​ຂຸດ​ຄົ້ນເລິກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ​ໄດ້​ຊີ້​ນຳ​ຄື​ດັ່ງກ່າວ ທີ່​ກອງ​ປະຊຸມ​ສະຫຼຸບ​ປີ 2012 ​ແລະ ຜັນ​ຂະຫຍາຍໜ້າ​ທີ່​ປີ 2013 ຂອງ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ - ​ໂລຫະ​ຫວຽດນາມ (Vinacomin), ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/01 ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລ້ວ, ປີ 2012 ​ແມ່ນ​ປີ​ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ​ທີ່​ສຸດສຳລັບ​ພື້ນຖານ​ເສດຖະກິດ​ເວົ້າລວມ ​ແລະ ຂະ​ແໜງ​ຖ່ານ​ຫີນ​ເວົ້າ​ສະ​ເພາະ. ລັດຖະບານ​ພວມ​ພິຈາລະນາ​ແຜນ​ຮ່າງ​ສ້າງໂຄງ​ປະກອບ​ກຸ່ມ​ບໍລິສັດ​ຄືນ​ໃໝ່​ ຕາມ​ທິດ​ ພັດທະນາ​ບັນດາ​ຂະ​ແໜງ​ອາຊີບຜະລິດ​ດຳ​ເນີນ​ທຸລະ​ກິດ​ຕົ້ນ​ຕໍ່. ລັດຖະບານ​ກໍ​ມອບ​ໃຫ້​ກຸ່ມ​ບໍລິສັດ​ເປັນ​ແຫ່ງ​ນຳ​ເຂົ້າ​ຖ່ານ​ຫີນ​ເພື່ອ​ກະ​ກຽມ​ແຫຼ່ງຖ່ານ​ຫີນ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸມ​ຄອງ, ກວດກາ​ຄືນ​ລະດັບເສດຖະກິດ​ເຕັກ​ນິກ, ທີ່ມີ​ການ​ປຽບທຽບ​ກັບປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ ​ເພື່ອ​ພັດທະນາ​ຢ່າງ​ໝັ້ນຄົງ​.

        ປີ 2013, Vinacomin ​ໄດ້​ວາງ​ອອກ​ຄາດໝາຍຈຳໜ່າຍ​ຖ່ານ​ຫີນ​​ໃຫ້​ໄດ້ 43 ​ລ້ານໂຕນ, ​ເພີ່ມ​ຂຶ້ນ 3,7 ລ້ານ​ໂຕນ ​ເມື່ອ​ທຽບ​ໃສ່​ກັບ​ປີ 2012, ດ້ວຍ​ຍອດລາຍ​ຮັບ​ເພີ່ມ​ຂຶ້ນ 15%.

ຂ່າວ/ບົດ​ອື່ນ