ກຸ່ມບໍລິສັດ,ທະນາຄານໃຫຍ່ຂອງຈີນປາດຖະໜາຢາກລົງທຶນ,ດຳເນີນທຸລະກິດຢູ່ຫວຽດນາມ

ກຸ່ມບໍລິສັດ,ທະນາຄານໃຫຍ່ຂອງຈີນປາດຖະໜາຢາກລົງທຶນ,ດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ທ່ານ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ ຈີນ

(vovworld) – ຕອນ​ເຊົ້າ​ວັນ​ທີ 13/9, ຢູ່​ນະຄອນຫຼວງ ປັກ​ກິ່ງ, ປະ​ເທດ​ຈີນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຕ້ອນຮັບ​ປະທານ​ບັນດາ​ທະນາຄານ​ ອຸດສາຫະກຳການ​ຄ້າ, ທະນາຄານ​ກະສິກຳຈີນ ​ແລະ ຜູ້ຕາງໜ້າ​ການ​ນຳກຸ່ມ​ບໍລິສັດ​ແຖວ​ໜ້າຂອງ​ຈີນ​ບາງ​ແຫ່ງ. ​ໃນ​ການ​ຕ້ອນຮັບ​ປະທານ​ທະນາຄານ​ອຸດສາຫະກຳ ການ​ຄ້າ ຈີນ (ICBC), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ ບັນດາ​ທະນາຄານ​ທ່ີ​ມີ​ອິດ​ທິພົນ​ຊື່​ສຽງ, ມີ​ຄວາມ​ສາມາດ​ຊຳລະ​ທີ່ດີຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ເຖິງ​ການ​ເຄື່ອ​ນ​ໄຫວ​ຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ ICBC. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ ICBC ສົມທົບ​ກັບ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ເພື່ອ​ມີ​ຫຼາຍ​ທິດ​ທາງ​ລົງທຶນ, ​ຮ່ວມ​ມື​ຢ່າງລະອຽດ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ. ຜູ້ຕາງໜ້າ ICBC ກໍ່​ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ປະກອບ​ຫຼາຍ​ກ່ວາ​ອີກ​ໃນ​ວິວັດທະນາ​ການ​ຫັນ​​ເປັນ​ປະ​ເທດອຸດສາຫະກຳ, ທັນ​ສະ​ໄໝ ​​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ ຫວຽດນາມ.

        ​ໃນ​ການ​ຕ້ອນຮັບ​ປະທານ​ທະນາຄານ​ກະສິກຳ ຈູ​ໂໝ້ປີງ, ທ່ານນາຍົກລັດຖະມົນຕີ ສະ​ເໜີ​ວ່າ: ທະນາຄານ​ກະສິກຳ ຈີນ ​ເປີດ​ສາຂາ​ຢູ່ ຫວຽດນາມ. ທ່ານ ຈູ​ໂໝ້ປີງ ກໍ່​ປາດ​ຖະໜາ​ວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ຈະເອົາ​ໃຈ​ໃສ່, ສືບ​ຕໍ່ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ລັດຖະບານ ສ້າງ​ເງື່ອນ​​ໄຂ​ໃຫ້ແກ່​ທະນາຄານ​ກະສິກຳ​ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫວ​ສິນ​ເຊື່ອ​ຢູ່ ຫວຽດນາມ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ ຟານ​ຂູ, ຜູ້ອຳນວຍການ​ຮັບຜິດຊອບ ອາຊີ ກຸ່ມ​ບໍລິສັດ ຈູງ​ຊິງ ແລະ ທ່ານ ຫວາງ​​ໄຄ, ຮອງ​ປະທານ​ກຸ່ມ​ບໍລິສັດ ຮົວ​ເວີຍ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ​ປາດ​ຖະໜາ​ວ່າ ບັນດາ​ກຸ່ມ​ບໍລິ​ສັດ​​ເຫຼົ່ານີ້​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ