ກຸ່ມບໍລິສັດທາດເຄມີ ຫວຽດນາມສ້າງສຸກ ສາລາໃຫ້ແກ່ແຂວງ ຄຳມ່ວນ


 ກຸ່ມບໍລິສັດທາດເຄມີ ຫວຽດນາມສ້າງສຸກ ສາລາໃຫ້ແກ່ແຂວງ ຄຳມ່ວນ - ảnh 1

ນາງ​ແພດ​ບ້ານ​ດອນ​ແກ້ວ

(ພາບ: Hoàng Chương/Vietnam+)

 (vovworld)- ​ ຕອນ​ເຊົ້າວັນ​ທີ 15/8, ກຸ່ມ​ບໍລິສັດ​ທາດ​ເຄມີ​ຫວຽດນາມ (VINACHEM) ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເມືອງ​ໜອງບົກ, ​ແຂວງ​ຄຳ​ມ່ວນ ​ໄດ້​ຈັດ​ພິທີ​ຕິດ​ປ້າຍ​ກິດຈະກຳ​ສຸກສາລາ​ບ້ານ​ດອນ​ແກ້ວ. ນີ້​ແມ່ນ​ຂອງຂວັນ​ຂອງ VINACHEM ​ມອບໃຫ້​ແກ່ ປຊຊ ​ແຂວງ​ຄຳ​ມ່ວນ. ກິດຈະກຳ​ສຸກສາລາ​ບ້ານ​ດອນ​ແກ້ວ​ມີ​ມູນ​ຄ່າ 3 ຕື້ 500 ລ້ານ​ດົ່ງ ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກຳ​ທີ່ VINACHEM ຄາດວ່າ​ຈະ​ກໍ່ສ້າງ​ເພື່ອ​ສະໜັບສະ​ໜູນ​ໃຫ້​ແກ່ ປຊຊ ບ້ານ​ດອນ​ແກ້ວ ຊື່ງ​ແມ່ນ​ແຫ່ງ​ທີ່​ VINACHEM ກຽມ​ລົງມື​ກໍ່ສ້າງ​ໂຄງການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ບໍ່​ເກືອ​ທີ່​ມີ​ມູນ​ຄ່າ​ກ່ວາ 522 ລ້ານ​ໂດ​ລາ​ສະຫະລັດ.

   ຕາງໜ້າ​ໃຫ້​ອຳນາດ​ການ​ປົກ​ຄອງ​ເມືອ​ງໜອງ​ບົກ, ທ່ານ​ປະທານ​ສິນ​ທະ​ສອນ ມະຫາ​​ໂຄດ ​ໄດ້​ຕີ​ລາຄາ​ສູງ ​ເລື່ຶອງ   VINACHEM ​ໄດ້​ມີ​ໂຄງການ​ໃຫ່ຍລົງທຶນ​ຂຸດຄົ້ນ ​ແລະ ປຸງ​ແຕ່ງ​ບໍ່​ເກືອ​ຢູ່​ທ້ອງ​ງຖິ່ນ ກໍ່​ຄື​ກໍ່ສ້າ​ງສຸກສາລາ​ຮັບ​ໃຊ້​ໃຫ້​ແກ່​ສຸຂະພາບ​ຂອງ ປຊຊ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ, ອາລົມ​ຈິດ​ຂອງ​ນັກ​ລົງທຶນ​ທີ່​ມີຕໍ່ ປຊຊ ​ໃນ​ເຂດ​ມີ​ໂຄງການ. ທ່ານ​ຢັ້ງຢືນ​ວ່າ​ຝ່າຍ​ລາວ ​ຈະ​ສ້າງ​ເງື່ອ​ນໄຂ​ອຳນວຍ​ສະດວກ​ເພື່ອ​ໃຫ້​ກຸ່ມ​ບໍລິສັດ​ເລີ່​ມລົງ​ທຶນກໍ່ສ້າງ​ໂຄງການ​ຖືກຕ້ອງ​ຕາມ​ການ​ກຳນົດ​ເວລາ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາ​ວ./.

ຂ່າວ/ບົດ​ອື່ນ