ກຸ່ມບໍລິສັດນ້ຳມັນອາຍແກັສຫວຽດນາມບັນລຸໝາກຜົນລື່ນກາຍແຜນການປີ2014

ກຸ່ມບໍລິສັດນ້ຳມັນອາຍແກັສຫວຽດນາມບັນລຸໝາກຜົນລື່ນກາຍແຜນການປີ2014 - ảnh 1
ການ​ປະ​ຊຸມ​ຂ່າວ​ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ ຫວຽດ​ນາມ
(ພາບ: nangluongvietnam.vn)

(vovworld) –  ວັນ​ທ​ີ 30/12, ຢູ່ ຮ່າ​ໂນ້ຍ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ັ​ສ ຫວຽດ​ນາມ (PVN) ປະ​ກາດຍອດ​ລາຍ​ຮັບ​ປີ 2014 ຂອງ​ທັງ​ກຸ່ມ​ບໍ​ລິ​ສັດ​ບັນ​ລຸ 745.000 ຕື້​ດົ່ງ, ເທົ່າ​ກັບ 111% ແຜ​ນ​ການ​ຂອງ​ປີ. ປີ 2014, PVN ເພີ່ມ​ທະ​ວີ​ປະ​ລິ​ມານ​ນ້ຳ​ມັນ​ອາຍ​ແກ​ສ​ກ່​ວາ​ໂດຍ​ຫັນ​ປ່ຽນ​ມາ​ເປັນ​ນ້ຳ​ມັນ​ເຊື້ອ​ໄຟ 48 ລ້ານ​ໂຕນ, ເທົ່າ​ກັບ 137,5% ແຜນ​ການ​ປີ. ປະ​ລິ​ມານການ​ຜະ​ລິດ​ໄຟ​ຟ້າ​ຂອງ PVN ສະ​ໜອງ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ແຫ່ງ​ຊາດ​ບັນ​ລຸ 16,8 ຕື້ kWh, ເທົ່າ​ກັບ 105% ແຜນ​ການ​ປີ. ໃນ​ປີ 2014, PVN ເຊັນ​ໄດ້​ສັນ​ຍານ້ຳ​ມັນ​ອາຍ​ແກ​ສ​ໃໝ່ 6 ສະ​ບັບ ແລະ 4 ຂໍ້​ຕົກ​ລົງກັນ. ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຄົບ​ຊຸດ, PVN ບໍ່​ພ​ຽງ​ແຕ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ສະ​ດວກ​ເທົ່າ​ນັ້ນ​ຫາກ​ຍັງ​ຊ່ວຍ​ສະ​ກັດ​ກັ້ນ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​​ໃນ​ລະ​ດັບ​ສູງ​ສຸດ, ປະ​ຕິ​ບັດ​ສຳ​ເລັດ​ທ​ຸກໆ​ຄາດ​ໝາຍ ແລະ ໜ້າ​ທີ່​ແຜນ​ການ​ທີ່​ວາງ​ອອກ​ໃນ​ປີ 2014.


ຂ່າວ/ບົດ​ອື່ນ