ກຸ່ມບໍລິສັດນຳ້ມັນແຫ່ງຊາດຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັບປະກັນພະລັງງານ

ກຸ່ມບໍລິສັດນຳ້ມັນແຫ່ງຊາດຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັບປະກັນພະລັງງານ - ảnh 1
ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​
ຫນ້າ​ທີ່​ປີ 2014 ຂອງ PVN
photo:chinhphu.vn

(vovworld)-  ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2014 ຂອງ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສ ຫວຽດນາມ(PVN) ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 15/1 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ PVN ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ 5 ຂົງ​ເຂດ​ຫລັກ​ແຫ​ລ່ງ​ເປັນ​ຢ່າງ​ດີ ​ແລະ ມີ​ປະສິດທິ​ຜົນ ຊື່​ງກ່ອນ​ອື່ນ​ໝົດ​ແມ່ນ​ສ້າງ​ແຜນການ​ລະອຽດ​ໃນ​ການ​ຍູ້​​ແຮງ​ຊອກ​ຫາ, ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກ​ສ ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຮັບປະກັນ​ພະລັງງານ ​ແລະ ຢືນຢັນ​ອະທິປະ​ໄຕ​ແຫ່ງ​ຊາດ. ພ້ອມ​ກັນ​ນັ້ນ ສືບ​ຕໍ່​ເປ​ີດກວ້າງ​ການ​ຊອກ​ຫາ, ສຳ​ຫລວດ​ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກ​ສຢູ່​ຕ່າງປະ​ເທດ​ຢ່າງ​​ແຫນ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ.  ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳ PVN ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ​ຄືນ​ໃຫມ່ ຊື່​ງຈຸດ​ສຸມ​ແມ່ນ​ຍູ້​ແຮງ​ການ​ຫັນ​ບັນດາ​ຫົວຫນ່ວຍ​ເປັນ​ຫຸ້ນ​ສ່ວນ, ຖອນ​​ແຫ​ລ່ງທຶນ​ທີ່​ລົງທຶນ​ນອກ​ຂະ​ແຫນງ​, ບູລະນະ​ກົງຈັກ ​ແລະ ກຳລັງ​ຄວາມ​ສາມາດ​ການ​ຄຸ້ມ​ຄອງ, ​ເອົາ​ໃຈ​ໃສ່​ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ຖັນ​ແຖວ​ພະນັກງານ​ມີ​ກຳລັງ​ຄວາມ​ສາມ​າດວິຊາ​ສະ​ເພາະ ​ແລະ ຄຸນສົມບັດ​ເພື່ອ​ປະຕິບັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ. ​​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມອບ​ຫລຽນ​ໄຊ, ນາມມະຍົດ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ​ໃຫ້​ແກ່​ໝູ່​ຄະນະ, ສ່ວນ​ບຸກຄົນ​ຂອງ​ PVN ທີ່​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ຫລາຍ​ຢ່າງ.

 

 

ຂ່າວ/ບົດ​ອື່ນ