ກຸ່ມບໍລິສັດຮ່ວາງແອງຢາລາຍໃສ່ໃຈວຽກງານຮັບປະກັນຊີວິດສັງຄົມຢູ່ລາວ

ກຸ່ມບໍລິສັດຮ່ວາງແອງຢາລາຍໃສ່ໃຈວຽກງານຮັບປະກັນຊີວິດສັງຄົມຢູ່ລາວ - ảnh 1
ພາບປະກອບ

(vovworld) – ​​ໃນ​​ໄລຍະ​ຜ່ານ​ມາ, ກຸ່ມ​ບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ​ໄດ້​ລົງທຶນ​ຫຼາຍ​ໂຄງການ​ດ້ວຍຂະໜາດ​ໃຫຍ່​ຢູ່ ລາວ ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ບໍ່​ແຮ່, ອະສັງ​ຫະລິ​ມະ​ສັບ, ​ໄຟຟ້າ​ນ້ຳຕົກ, ປູກ​ຢາງພາລາ.​.​.​ ບັນດາ​ໂຄງການ​ດັ່ງກ່າວ​ລ້ວນ​ແຕ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​​ເສດຖະກິດ​ສູງ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ການ​ນຳ 2 ປະ​ເທດ, ພິ​ເສດ​ແມ່ນ​ປະຊາຊົນ​ໃນ​ເຂດ​ມີ​ໂຄງການ. ຄຽງ​ຄູ່​ເລື່ອງ​ພັດທະນາ​ເສດຖະກິດ, ກຸ່ມ​ບໍລິສັດ ຮ່າ​ວງ​ແອ​ງຢາ​ລາຍ ​ເອົາ​ໃສ່​ເຖິງ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມທີ່​ສຸດ.

    ກຸ່ມ​ບໍລິສັດ​ໄດ້​ກໍ່ສ້າງ ​ແລະ ນຳ​ເຂົ້າ​ໃຊ້​ການ​ຫຼາຍ​ກິດຈະກຳ​ສະຫວັດດີ​ການ​ໃນ​ຂົງ​ເຂດພັດທະນາ​ໂຄງການ, ຊ່ວຍ​ປັບ​ປັງ​​ໂສມ​ໜ້າທ້ອງ​ຖີ່​ນຕ່າງໆ​ຢູ່​ພາກ​ໃຕ້​ລາວ, ພິ​ເສດ​ແມ່ນ​​ແຂວງ ອັດ​ຕະປື. ບັນດາ​ກິດຈະກຳ​ສະຫວັດດີ​ການ​ຢູ່ ອັດ​ຕະປື ​ໄລຍະ 1 ມີ​ຍອດ​ມູນ​ຄ່າ​ເກືອ​ບ 15 ລ້ານ USD ສະຫງວນ​ໃຫ້​ບັນດາ​ກິດຈະກຳ​ຍ່ອຍ​ຄື​ຍົກ​ລະດັບ​ລະບົບ​ໄຟຟ້າ, ທາ​ງຄົມມະນາຄົມ, ​ໂຮງຮຽນ, ​ໂຮງໝໍ.​.​. ຄຽງ​ຄູ່​ກັນ​ນັ້ນ, ກຸ່ມ​ບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ຈັດ​ຕັ້ງ​ບັນດາ​ລາຍການ​ກຸສົນ​ເພື່ອ​​ໃຫ້ບັນດາ​ນັກວິ​ສາວະ​ກອນ, ​ທ່ານໝໍ​ຫວຽດນາມ ກວດ, ປິ່ນປົວພະຍາດ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ​ແນະນຳ​ບັນດາ​ຄວາມ​ຮູ້​ໃນ​ຊີວິດ​ປະຈຳ​ວັນ ກໍ່​ຄື​ເຕັກນິກ​ກະສິກຳ​ໃຫ້ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ບາງ​ບ້ານ​​ໃນ​ແຂວງ ອັດ​ຕະປື…

    ​ໃນ​ປີ 2013, ກຸ່ມ​ບໍລິສັດ​ໄດ້​ຜັນ​ຂະຫຍາຍ​ການປະຕິບັດ​ໄລຍະ 2, ສືບ​ຕໍ່​ລົງມື​ກໍ່ສ້າງ​ຫຼາຍ​ກິດຈະກຳ​ສະຫວັດ​ດີກາ​ນສັງຄົມ​ຢູ່​ແຂວງ ອັດ​ຕະປື ດ້ວຍ​ຍອດ​ມູນ​ຄ່າ​ປະມານ 15 ລ້ານ USD, ຖືກ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ກຸ່ມ​ບໍລິສັດ​​ແມ່ນໜູນ​ຊ່ວຍ​ຈຳນວນ​ເງິນ 30 ລ້ານ USD ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ສະຫວັດດີ​ການ​ສັງຄົມ​ຢູ່​ແຂວງ​ນີ້.

 

ຂ່າວ/ບົດ​ອື່ນ