ກຸ່ມບໍລິສັດເມື່ອງແທງເປີດສະຫຼອງໂຮງແຮມ5ດາວແຫ່ງທຳອິດຢູ່ລາວ

ກຸ່ມບໍລິສັດເມື່ອງແທງເປີດສະຫຼອງໂຮງແຮມ5ດາວແຫ່ງທຳອິດຢູ່ລາວ - ảnh 1
ພິທີ​ເປີດ​ສະຫຼອງ​ໂຮງ​ແຮມ ​ເມື່ອ​ງ​ແທງ Luxury Vientiane
ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ

(vovworld) - ​ ​​ ຕອນ​ຄ່ຳ​ວັນ​ທີ 28/07, ກຸ່ມ​ບໍລິສັດ​ໂຮງ​ແຮມ ​ເມື່ອ​ງ​ແທງ ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ໂຮງ​ແຮມ ​ເມື່ອ​ງ​ແທງ Luxury Vientiane ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ. ​​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາ​ອາຄານ​ສູງທີ່ສຸດ​ຢູ່​ ລາວ ​ໃນ​ປະຈຸ​ບັນ, ​ໂຮງ​ແຮມ ​ເມື່ອ​ງ​ແທງ Luxury Vientiane ຕັ້ງ​ຢູ່​ໃນ​ໃຈກາງ​ນະຄອນຫລວງ ວຽງ​ຈັນ, ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ມາດຕະຖານ 5 ດາວ ທີ່​ທັນ​ສະ​ໄໝ​ ແຕ່​ຍັງມີ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ຂອງ​ປະ​ເທດ ລ້ານ​ຊ້າງ. ດ້ວຍ​ທີ່​ຕັ້ງ​ສະດວກ​​ໄປ​ມາ​ງ່າຍດາຍຕະຫລອດ​ຮອດບັນດາ​ອົງການ​ບໍລິຫານ ​ແລະ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່ນະຄອນຫລວງ ວຽງ​ຈັນ ​ເຊັ່ນ: ທາດຫລວງ, ປະຕູ​ໄຊ… ເມື່ອ​ງ​ແທງ Luxury Vientiane ຈະ​ເປັນ​ສະຖານ​ທີ່ເລືອກ​​ເຟັ້ນແຖວ​ໜ້າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ໃນ​ບັນດາ​ການ​​ໄປປະຕິບັດ​ງານ, ​ເປັນ​ບ່ອນພັກ​ອາ​ໄສ​ເພື່ອ​ຄົ້ນ​ຫາ​ປະ​ເທດ​ລາວ.

 

ຂ່າວ/ບົດ​ອື່ນ