ກຸ່ມປະຕິບັດວຽກງານລະຫວ່າງຂະແຫນງເຮັດວຽກກັບບັນດາອົງການຂອງຄະນະຜູ້ຕາງຫນ້າ UNMISS ຢູ່ ຊູດັງໃຕ້

(VOVWORLD) -ໃນການໄປປະຕິບັດງານເຖິງ ຊູດັງໃຕ້ ແຕ່ວັນທີ 25 ກຸມພາ ເຖິງວັນທີ 1 ມີນາ, ກຸ່ມປະຕິບັດງານລະຫວ່າງຂະແຫນງ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ ໄດ້ມີການເຮັດວຽກກັບບັນດາອົງການຂອງຄະນະຜູ້ຕ່າງຫນ້າ UNMISS ແລະ ຢ້ຽມຢາມບາງຫົວຫນ່ວຍຕັ້ງທັບຢູ່ຖານທີ່ໝັ້ນ Bentiu ຂຶ້ນກັບ ລັດ Unity. 

ກຸ່ມປະຕິບັດວຽກງານລະຫວ່າງຂະແຫນງເຮັດວຽກກັບບັນດາອົງການຂອງຄະນະຜູ້ຕາງຫນ້າ UNMISS ຢູ່ ຊູດັງໃຕ້ - ảnh 1 ກຸ່ມປະຕິບັດວຽກງານລະຫວ່າງຂະແຫນງເຮັດວຽກກັບບັນດາອົງການຂອງຄະນະຜູ້ຕາງຫນ້າ UNMISS ຢູ່ ຊູດັງໃຕ້

ພາບ:vietnam+

ກຸ່ມປະຕິບັດງານດັ່ງກ່າວໂດຍພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວຫນ້າກຸ່ມປະຕິບັດງານລະຫວ່າງຂະແຫນງ, ຫົວຫນ້າຄະນະຊີ້ນຳ ສັງກັດກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ເປັນຫົວຫນ້າຄະນະ.

ທີ່ການເຮັດວຽກກັບທ່ານ Moustapha Soumare, ຮອງຫົວຫນ້າຄະນະຜູ້ຕ່າງຫນ້າ ຮັກສາສັນຕິພາບ, ທ່ານ Timothy Crowley ຮອງຜູ້ອຳນວຍການອົງການຫນູຊ່ວຍຄະນະຜູ້ຕາງຫນ້າ. ທ່ານ Moustapha Soumare ຕີລາຄາສູງບັນດາໝາກຜົນຊື່ງ ໂຮງໝໍກາງສະຫນາມ ຂອງຫວຽດນາມ ແລະ ບັນດານາຍທະຫານຫວຽດນາມ ພວມເຄື່ອນໄຫວຢູ່ ຄະນະຜູ້ຕາງຫນ້າ ທີ່ບັນລຸໄດ້ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ