ກຸ່ມຜູ້ຊ່ຽວຊານເຄມີ ສາກົນທີ 2 ໄປຮອດຊີຣີ

ກຸ່ມຜູ້ຊ່ຽວຊານເຄມີ ສາກົນທີ 2 ໄປຮອດຊີຣີ - ảnh 1

 (ພາບ: baotintuc.vn)

 (vovworld)- ວັນ​ທີ 10/10, ຜູ້​ຊ່ຽວຊານ​ເຄມີ​ສາກົນ​ຕື່ມ​ອີກ 12 ທ່ານ​ໄດ້​ເດີນທາງ​ມາ​ຮອດ​ນະຄອນຫຼວງ Damacus ​ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ທຳລາຍ​ອາວຸດ​ເຄມີ​ຂອງ​ອຳນາດ​ການ​ປົກຄອງ​ຊີຣີ ອັນ​ໄດ້​ຍົກ​ຈຳນວນ​ຄົນ​​ໃນ​ອົງການ​ຫ້າມ​ອາວຸດ​ເຄມີ (OPCW) ຢູ່​ຊີຣີຂຶ້ນ​ເຖິງ 27 ຄົນ.

   ຜູ້​ນຳ​ກຸ່ມ​ທຳລາຍ​ອາວຸດ​ເຄມີ​ຊີຣີ, ທ່ານ Ahmet Uzumcu ​ເນັ້ນໜັກ​ເຖິງ​ການ ຫລຸດຜ່ອນ​ອາວຸ​ເຄມີ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ທຸກໆ​ຄົນ. ຂັ້ນຕອນ​ການ​ທຳລາຍ​ອາວຸດ​ເຄມີ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມງວດ​ທີ່​ສຸດ.

   ຕາມ​ການ​ຕີ​ລາຄາ​ແລ້ວ, ປະຈຸ​ບັນ, ຊີຣີ ມີ​ອາວຸດ​ເຄມີ​ກ່ວາ 1 ພັນ​ໂຕນ, ​ໃນ​ນັ້ນມີ​ຫຼາຍ​ທາດ​ພິດ​ເຄມີ​ພວມ​ໄດ້​ຮັບ​ການ​​ຮັກ​ສາ​​ໄວ້ຢູ່​ສະຖານ​ທີ່​ນັບ​ສີ​ບ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ຕາມ​ແຜນການ​ແລ້ວ, ການ​ທຳລາຍ​ສາງ​ອາວຸດ​ເຄມີ​ນີ້​ຈະສຳ​ເລັດ​ໃນກາງ​ປີ 2014.

ສະພາ​ຄວາມໝັ້ນຄົງ​ ສປຊ ​ເຫັນ​ດີ​ກັບ​ແຜນການທຳລາຍບັນດາ​ສາງ​ອາວຸດ​ເຄມີຢູ່​ຊີຣີ

   ​ໃນ​ວັນ​ທີ 10/10 ດຽວ​ກັນນີ້,  ສະພາ​ຄວາມໝັ້ນຄົງ​ ສປຊ ​ໄດ້​ຮັບຮອງ​ເອົາ​ແຜນການ​ໂດຍທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ສະ​ເໜີ​ເພື່ອ​ແນ​ໃສ່ທຳລາຍບັນດາ​ສາງ​ອາວຸດ​ເຄມີຢູ່​ຊີຣີ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ປະຊຸມ​ລັບ, ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ ​ແລະ ລັດ​ເຊຍ ​ໃຫ້​ຮູ້​ວ່າ: 15 ປະ​ເທດ​ສະມາຊິກ​ປະຈຳ ສະພາ​ຄວາມໝັ້ນຄົງ​ ສປຊ ​ໄດ້ຮັບຮອງ​ເອົາ​ແຜນການ​ຂອງທ່ານ Ban Ki Moon, ສ້າງຕັ້ງ​ຄະນະ​ຜູ້​ແທນ​ລວມຂອງ​ອົງການ​ຫ້າມ​ອາວຸດ​ເຄມີ ​ແລະ ສປຊ ເພື່ຶອ​ແນ​ໃສ່ ທຳລາຍບັນດາ​ສາງ​ອາວຸດ​ເຄມີຢູ່​ຊີຣີ ​ແລະ ຂໍ້​ສະ​ເໜີ​ນີ້​ຈະ​ຖືກ​ຍື່ນ​ຕໍ່​ປະທານ​ສະພາ ຄວາມໝັ້ນຄົງ​ ສປຊ ​ເພື່ອ​ຮັບຮອງ​ເອົາ​ໂດຍ​ໄວ. ​

ຂ່າວ/ບົດ​ອື່ນ