ກຸ່ມພົບປະສາມຝ່າຍກ່ຽວກັບຢູແກຼນຈັດການປະຊຸມຄືນໃຫມ່

ກຸ່ມພົບປະສາມຝ່າຍກ່ຽວກັບຢູແກຼນຈັດການປະຊຸມຄືນໃຫມ່ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko
ພາບ:TTXVN

(vovworld)- ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂຶ້ນ​ກັບ​ກຸ່ມ​ພົບ​ປະ​ສາມ​ຝ່າຍ​ກ່ຽວ​ກັບ ຢູ​ແກຼນ ຊື່ງ​ລວມ​ມີ ລັດ​ເຊຍ, ຢູ​ແກຼນ ແລະ ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ OSCE ໄດ້​ຈັດ​ການ​ປະ​ຊຸມ​ຄືນ​ໃຫ​ມ່ ຢູ່ ນະ​ຄອນ​ຫລວງ Minsk ຂອງ ເບ​ລາ​ຣຸດ ໃນ​ຕອນ​ຄ່ຳ​ວັນ​ທີ 3/8 ດ້ວຍ​ຄວາມ​ຫວັງ​ຢາກ​ຮັກ​ສາ​ຄຳ​ສັ່ງ​ຢຸດ​ຍິງ ແລະ ຂໍ້​ຕົກ​ລົງ​ໄກ່​ເກ່ຍດ້ານ​ການ​ເມືອງ​ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ກ່ອນນີ້​ເກືອບ 6 ເດືອນ. ຕາມ​ສຳ​ນັກ​ຂ່າວ​ສານ​ TASS ຂອງລັດ​ເຊຍ ແລ້ວ, ເນື້ອ​ໃນ​ການ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ການ​ທາບ​ທາມ​ກັບ​ຜູ້​ຕາງ​ຫນ້າ​ບັນ​ດາ​ເຂດ​ຂອງ 2 ແຂວງ Donesk ແລະ Lugansk ກ່ຽວ​ກັບ​ບັນ​ຫາ​ປອດ​ການ​ທະ​ຫານ​ຢູ່​ບ້ານ Shirokino, ກະ​ກຽມ​ໃຫ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຖອນ​ອາ​ວຸດ​ມີ​ຂະ​ຫນາດ​ຕ່ຳ​ກວ່າ 100 mm ອອກ​ຈາກ​ເຂດ​ຊາຍ​ແດນ, ປຶກ​ສາ​ຫາ​ລື​ພາກ​ສ່ວນ​ການ​ເມືອງ​ຂອງວິ​ວັດ​ທະ​ນາ​ການ​ແກ້​ໄຂ​ການ​ປະ​ທະ​ກັນ ແລະ ບັນ​ຫາ​ເສດ​ຖະ​ກິດ ມະ​ນຸດ​ສະ​ທຳ. ການ​ພົບ​ປະ​ກ່ອນນີ້​ຂອງ​ກຸ່ມ​ດັ່ງ​ກ່າວ​ແມ່ນ​ດຳ​ເນີນ​ໃນ​ວັນ​ທີ 21/7 ຢູ່ Minsk.

 

 

 

ຂ່າວ/ບົດ​ອື່ນ