ກຸ່ມລຸກຮື້ຂຶ້ນຍອມຮັບເປັນຜູ້ໝູນຫລັງເຫດລອບສັງຫານປະທານາທິບໍດີ ເວເນຊູເອລາ ບໍ່ສຳເລັດ

(VOVWORLD) - ວັນທີ 05 ສິງຫາ, ກຸ່ມລຸກຮື້ຂຶ້ນປິດລັບໜຶ່ງ, ລວມມີບັນດາສະມາຊິກເປັນພົນລະເຮືອນ ແລະ ທະຫານຊາວ ເວເນຊູເອລາ ໄດ້ຍອມຮັບເປັນຜູ້ໜູນຫລັງແຜນການລອບສັງຫານທີ່ແນໃສ່ທ່ານປະທານາທິບໍດີ Nicolas Maduro ຂອງປະເທດນີ້.
ກຸ່ມລຸກຮື້ຂຶ້ນຍອມຮັບເປັນຜູ້ໝູນຫລັງເຫດລອບສັງຫານປະທານາທິບໍດີ ເວເນຊູເອລາ ບໍ່ສຳເລັດ - ảnh 1ກຸ່ມລຸກຮື້ຂຶ້ນຍອມຮັບເປັນຜູ້ໝູນຫລັງເຫດລອບສັງຫານປະທານາທິບໍດີ ເວເນຊູເອລາ ບໍ່ສຳເລັດ (ພາບ: TTXVN)

ຕາມນັ້ນແລ້ວ, ໃນຖະແຫຼງການທີ່ໄດ້ເອົາລົງທາງ Youtube ສ່ວນຕົວ, ກຸ່ມລຸກຮື້ຂຶ້ນທີ່ມີຊື່ວ່າ “ຂະບວນການພົນທະຫານເສື້ອຍືດແຫ່ງຊາດ” ໄດ້ຍອມຮັບເປັນຜູ້ດຳເນີນກົນອຸບາຍລອບສັງຫານທ່ານປະທານາທິບໍດີ Nicolas Maduro ໃນຂະນະທີ່ການນຳຜູ້ນີ້ ພວມກ່າວຄຳເຫັນໃນຕອນບ່າຍວັນທີ 04 ສິງຫາ ທີ່ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາແຫ່ງຊາດ ເວເນຊູເອລາ.

        ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ວັນທີ 05 ສິງຫາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຕຳໜິຕິຕຽນຢ່າງແຮງກົນອຸບາຍລອບສັງຫານທີ່ແນໃສ່ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ແລະ ເນັ້ນໜັກວ່າ ການກະທຳນີ້ແນໃສ່ກໍ່ຄວາມຂາດສະຖຽນລະພາບຢູ່ປະເທດອາເມລິກາລາຕິນນີ້. ກະຊວງການຕ່າງປະເທດ ລັດເຊຍ ກໍ່ສະແດງຄວາມສາມັກຄີກັບປະຊາຊົນ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ