ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເຊັກໂກ - ຫວຽດນາມ ຢາກຊຸກຍູ້ການພົວພັນກັບຫວຽດນາມ

(VOVWORLD) -ວັນທີ 16 ພຶດສະພາ, ທີ່ນະຄອນຫຼວງ Praha, ທ່ານ ໂຮ່ມິນຕ໋ວນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມປະຈຳ ສາທາລະນະລັດເຊັກໂກ ໄດ້ໃຫ້ການຕ້ອນຮັບທ່ານ Leo Luzar ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເຊັກໂກ - ຫວຽດນາມນາມ.

ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເຊັກໂກ - ຫວຽດນາມ ຢາກຊຸກຍູ້ການພົວພັນກັບຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ ໂຮ່ມິນຕ໋ວນ ແລະ ທ່ານ Leo Luzar ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເຊັກໂກ - ຫວຽດນາມນາມ

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ໂຮ່ມິນຕ໋ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເຊັກໂກ - ຫວຽດນາມ ທີ່ໄດ້ມີບັນດາການປະກອບສ່ວນເຂົ້າໃນການຮັກສາ, ປັບປຸງການພົວພັນສອງຝ່າຍຢ່າງມີປະສິດທິຜົນ. ຜ່ານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເຊັກໂກ - ຫວຽດນາມ, ທ່ານເອກອັກຄະລັດຖະທູດ ໂຮ່ມິນຕ໋ວນ ປາດຖະໜາວ່າ ສະພາແຫ່ງຊາດເຊັກໂກຈະໃຫ້ສັດຕະຍາບັນສັນຍາການຄ້າລະຫວ່າງສະຫະພາບເອີຣົບ ກັບຫວຽດນາມ (EVFTA) ໂດຍໄວ ເພື່ອໃຫ້ສັນຍາສະບັບດັ່ງກ່າວໄດ້ລົງນາມໃນ 6 ເດືອນທ້າຍປີ 2018.

        ສ່ວນທ່ານ Leo Luzar ຢັ້ງຢືນວ່າ ໃນຖານະເປັນປະທານກຸ່ມ ແລະ ແມ່ນສະມາຊິກພັກຂອງພັກກອມມູນິດເຊັກໂກ Morava, ທ່ານຈະຂົນຂວາຍ ສະພາຕ່ຳກໍຄືບັນດາກະຊວງ, ຂະແໜງການຂອງເຊັກໂກ ແກ້ໄຂບັນດາສິ່ງກີດຂວາງໃນການພົວພັນລະຫວ່າງສອງປະເທດ ເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ແຮງງານ. ທ່ານກໍສະໜັບສະໜູນເລື່ອງສະພາຕ່ຳເຊັກໂກໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ອີຢູ ແລະ ຫວຽດນາມ ໂດຍໄວ ເພື່ອຜົນປະໂຫຍດຂອງບັນດາຝ່າຍກ່ຽວຂ້ອງ.

ວັນຮຸຍ - ນັກຂ່າວ VOV ປະຈຳ ສ. ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ