ກົມສະສົມສະຫະລັດ ອາເມລິກາ ສືບຕໍ່ຫລຸດອັດຕາດອກເບ້ຍລົງ

(VOVWORLD) - ວັນທີ 18 ກັນຍາ, ກົມສະສົມສະຫະລັດ ອາເມລິກາ (FED) ສືບຕໍ່ຫລຸດອັດຕາດອກເບ້ຍພື້ນຖານລົງ 0,25%  ແລະ ແຕ່ນີ້ຮອດທ້າຍປີ ຈະຫລຸດລົງຕື່ມອີກ.


        ນີ້ເປັນຄັ້ງທີ 2 ທີ່ FED ຫລຸດອັດຕາດອກເບ້ຍລົງໃນປີນີ້, ສ້າງຂີດໝາຍເຊິ່ງຫລາຍຄົນຖືວ່າ ແມ່ນຮອບວຽນໃໝ່ສຳລັບອັດຕາດອກເບ້ຍ. ການຕັດສິນເມື່ອເດືອນ ກໍລະກົດ ຜ່ານມາ ເປັນຄັ້ງທຳອິດທີ່ FED ຫລຸດອັດຕາດອກເບ້ຍໃນຮອບເວລາ 11 ປີ.

ກົມສະສົມສະຫະລັດ ອາເມລິກາ ສືບຕໍ່ຫລຸດອັດຕາດອກເບ້ຍລົງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານ FED Jerome Powell - ພາບ: Reuters

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫລັງປະກາດຄຳຕັດສິນຫລຸດຜ່ອນອັດຕາດອກເບ້ຍ, ທ່ານປະທານ FED Jerome Powell ເວົ້າວ່າ ແງ່ຫວັງເສດຖະກິດ ອາເມລິກາ ແມ່ນສະດວກ, ດ້ວຍຕະຫລາດແຮງງານເພີ່ນຂຶ້ນຢ່າງແຮງ ແລະ ອັດຕາໄພເງິນເຟີ້ ອາດຈະກັບຄືນສູ່ຄາດໝາຍແມ່ນ 2 % ເຊິ່ງທະນາຄານນີ້ ໄດ້ວາງອອກໃຫ້ໃນປີນີ້. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Pao-oen, ນັກວາງແຜນນະໂຍບາຍຂອງ FED ໄດ້ຕັດສິນຫລຸດອັດຕາດອກເບ້ຍລົງແມ່ນແນໃສ່ຕ້ານຄືນຄວາມສ່ຽງທີ່ພວມເກີດຂຶ້ນ, ລວມມີການເຕີບໂຕເສດຖະກິດທົ່ວໂລກຫລຸດລົງ ແລະ ບັນດາຄວາມເຄັ່ງຕຶງພວມເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ