ກຸ່ມສຳຜັດ ຢູແກຼນ ປຶກສາຫາລື ກ່ຽວກັບການອຸປະຖຳການທະຫານໃຫ້ແກ່ Kiev

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ Anita Anand ໄດ້ປະກາດສະໜອງບ້ວງໜູນຊ່ວຍການທະຫານໃຫມ່ທີ່ມີມູນຄ່າເກືອບ 29 ລ້ານ ໂດລາສະຫະລັດ...
ກຸ່ມສຳຜັດ ຢູແກຼນ ປຶກສາຫາລື ກ່ຽວກັບການອຸປະຖຳການທະຫານໃຫ້ແກ່ Kiev - ảnh 1ທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ທ່ານ Oleksii Reznikov, ລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ ໃນກອງປະຊຸມຢູ່ຖານທີ່ໝັ້ນກອງທັບອາກາດ  Ramstein
(ພາບ:AP/Matthias Schrader)

ວັນທີ 21 ເມສາ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເຈົ້າໜ້າທີ່ກອງທັບຂັ້ນສູງຂອງບັນດາປະເທດ ຂຶ້ນກັບກຸ່ມສຳຜັດ ຢູແກຼນ ໄດ້ໂຮມປະຊຸມຢູ່ຖານທີ່ໝັ້ນກອງທັບອາກາດ Ramstein (ປະເທດ ເຢຍລະມັນ) ເພື່ອແນໃສ່ປຶກສາຫາລື ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ ຢູແກຼນ. ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ຊີ້ແຈ້ງວ່າ: ກອງປະຊຸມໄດ້ສຸມໃສ່ 3 ບັນຫາຕົ້ນຕໍ, ແມ່ນການປ້ອງກັນອາກາດ, ລູກກະສູນ, logistics ແລະ ບັນດາມາດຕະການໜູນຊ່ວຍອື່ນອີກ. ຕາມທ່ານ Lloyd Austin ແລ້ວ, ບັນດາສະມາຊິກ ຂອງກຸ່ມໄດ້ໜູນຊ່ວຍການທະຫານໃຫ້ແກ່ ຢູແກຼນ ດ້ວຍຍອດຈຳນວນເງິນກ່ວາ 55 ຕື້ໂດລາສະຫະລັດແລ້ວ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ Anita Anand ໄດ້ປະກາດສະໜອງບ້ວງໜູນຊ່ວຍການທະຫານໃຫມ່ທີ່ມີມູນຄ່າເກືອບ 29 ລ້ານ ໂດລາສະຫະລັດ ໃຫ້ແກ່ ຢູແກຼນ ແລະ ບ້ວງເງິນປະກອບໃຫ້ກອງທຶນຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ເພື່ອໜູນຊ່ວຍ Kiev.

        ໃນສະພາບການທີ່ກ່ຽວຂ້ອງ, ອົງການ NATO ຢັ້ງຢືນວ່າ: ປະຈຸບັນ, ຍັງບໍ່ທັນຕັດສິນກ່ຽວກັບເລື່ອງ ຢູແກຼນ ເຂົ້າຮ່ວມກຸ່ມນີ້. ວັນທີ 21 ເມສາ, ໂຄສົກຂອງລັດຖະບານ ເຢຍລະມັນ ຢັ້ງຢືນວ່າ: ບັນດາປະເທດສະມາຊິກ NATO ເຫັນດີເປັນເອກະພາບວ່າ: ບັນຫາຈຸດສຸມໃນປະຈຸບັນ ແມ່ນສືບຕໍ່ໜູນຊ່ວຍດ້ານການທະຫານ, ການເງິນ ແລະ ມະນຸດສະທຳໃຫ້ແກ່ ຢູແກຼນ, ດັ່ງນັ້ນ, ເວລານີ້ຍັງບໍ່ທັນມີຂໍ້ຕົກ ລົງກ່ຽວກັບເລື່ອງ ຢູແກຼນ ເຂົ້າຮ່ວມ NATO. ແຕ່ເຖິງຢ່າງໃດກໍ່ຕາມ, ບັນຫານີ້ຈະສືບຕໍ່ໄດ້ປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ