ກົມອາຊຽນ,ກະຊວງການຕ່າງປະເທດຮັບຫຼຽນໄຊແຮງງານຊັ້ນໜຶ່ງ

ກົມອາຊຽນ,ກະຊວງການຕ່າງປະເທດຮັບຫຼຽນໄຊແຮງງານຊັ້ນໜຶ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ​ໃຫ້​ແກ່​ກົມ ອາ​ຊຽນ
(ພາບຈາກ ອີນເຕີເນັດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 9/9, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ​ໃຫ້​ແກ່​ກົມ ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ. ກົມ​ອາ​ຊຽນ ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 7/9/1994 ​ແລະ ​ໃນ​ເວລາ 20 ປີຜ່ານມາ, ກົມ ອາ​ຊຽນ ມີ​ການ​ປະກອບສ່ວນ​ແທດ​ຈິງ ​ແລະ ສຳຄັນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເປັນ​ເສນາ​ທິການ, ສະ​ເໜີ​​ແນະ​ບັນດາ​ແຜນ​ນະ​ໂຍບາຍ, ຍຸດ​ທະ​ສາດ​ຂອງ ຫວຽດນາມ ​ເຂົ້າ​ຮ່ວມ ອາ​ຊຽນ, ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື ອາ​ຊຽນ, ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ກຳນົດ​ທິດ​ໃຫຍ່ ​ແລະ ອະນາຄົດ​ຂອງ​ປະຊາ​ຄົມ ອາ​ຊຽນ.​.​.​, ປະກອບສ່ວນ​ສ້າ​ງສະພາບ​ແວດລ້ອມສາກົນ​ສະດວກ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ກົມ​ກໍ່​ປະຕິບັດ​ພາ​ລະ​ໜ້າ​ທີ່​ຂອງ​ຄະນະ​ເລຂາ​ອາ​ຊຽນ ​ແຫ່ງ​ຊາດ ​ເປັນ​ຢ່າງ​ດີ, ປະສານ​ງານ, ສົມທົບ ​ແລະ ໜູນ​ຊ່ວຍ​ບັນດາ​ກະຊວງ, ຂະ​ແໜງ​ການ​, ທ້ອງ​ຖີ່​ນ​ເຂົ້າ​ຮ່ວມ​ອາ​ຊຽນ, ຜ່ານ​ນັ້ນ​ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ສູງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ສາກົນ. ພິ​ເສດ, ​ໄລຍະ 2009 – 2013, ກົມ​ໄດ້​ປະກອບ​ສ່ວນ​ຕັ້ງໜ້າ​​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ ອາຍຸ​ການ​ເປັນ​ປະທານ ອາ​ຊຽນ ປີ 2010 ດ້ວຍ 2 ຂໍ້​ລິ​ເລີ່​ມສຳຄັນ​ແມ່ນ​ເປີດ​ກ້ວາງ​ຂັ້ນ​ສູງ ອາຊີ ຕາ​ເວັນ​ອອກ (EAS) ​ແລະ ຈັດ​ຕັ້ງ​ກົນ​ໄກ​ເປັນ​ປະຈຳ, ປະຕິບັດ​ສຳ​ເລັດ​ບົດບາດ​ປະສານ​ງານ​ໃນ​ການ​ພົວພັນ ອາ​ຊຽນ - ຈີນ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຫວັງ​ວ່າ ກົມ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ ອາ​ຊຽນ ຈະ​ກາຍ​ເປັນ​ປະຊາ​ຄົມ​ໃນ​ປີ 2015.


ຂ່າວ/ບົດ​ອື່ນ