ກຣົວຊີ ແລະ ຮຸງກາຣີ ໜູນຊ່ວຍວັກຊິນໃຫ້ ຫວຽດນາມ ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດ ຮຸງກາຣີ Istvan Joo ໄດ້ປະຕິບັດພິທີມອບວັກຊິນກັນໂຄວິດ-19 – AstraZeneca ແບບສັນຍາລັກຈຳນວນ 400.000 ໂດສ ໂດຍລັດຖະບານ ຮຸງກາຣີ ໂອນໃຫ້ຫວຽດນາມ
ກຣົວຊີ ແລະ ຮຸງກາຣີ ໜູນຊ່ວຍວັກຊິນໃຫ້ ຫວຽດນາມ ຕ້ານໂລກລະບາດໂຄວິດ-19 - ảnh 1ພິທີມອບ-ຮັບວັກຊິນກັນໂຄວິດ-19 ແບບສັນຍາລັກຈຳນວນ 400.000 ໂດສ
(ພາບ: TTXVN)

ຕອນບ່າຍວັນທີ 12 ຕຸລາ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດ ຮຸງກາຣີ ຢູ່ນະຄອນຫຼວງ Budapest, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ ຫງວຽນທິບິກຖາວ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດ ຮຸງກາຣີ Istvan Joo ໄດ້ປະຕິບັດພິທີມອບວັກຊິນກັນໂຄວິດ-19 – AstraZeneca ແບບສັນຍາລັກຈຳນວນ 400.000 ໂດສ ໂດຍລັດຖະບານ ຮຸງກາຣີ ໂອນໃຫ້ຫວຽດນາມ ຕາມກົນໄກປອດກຳໄລ. ທ່ານຮອງລັດຖະມົນຕີ Istvan Joo ຢືນຢັນວ່າ, ວັກຊິນແມ່ນມາດຕະການ ເພື່ອຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ແລະ ຮຸງກາຣີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ, ຄູ່ຮ່ວມມືສຳຄັນຂອງ ຮຸງກາຣີ ຢູ່ພາກພື້ນອາຊີ.

        ໃນວັນດຽວກັນ, ກໍ່ຢູ່ທີ່ນະຄອນຫຼວງ Budapest, ທ່ານນາງ ຫງວຽນທິບິກຖາວ ໄດ້ຮັບສັນຍາລັກວັກຊິນກັນໂຄວິດ-19 – AstraZeneca ຈຳນວນ 60.000 ໂດສ ຂອງລັດຖະບານ ກຣົວຊີ ມອບໃຫ້ຫວຽດນາມ.

        ຕາມແຜນການ, ວັນທີ 13 ຕຸລາ, ບໍລິສັດການບິນແຫ່ງຊາດ Vietnam Airlines ຈະຈັດເຮືອບິນ ບິນໄປຍັງ Budapest ເພື່ອຂົນສົ່ງຈຳນວນວັກຊິນດັ່ງກ່າວ, ພ້ອມກັບອຸປະກອນການແພດມີນຳໜັກ 12,5 ໂຕນ ທີ່ມີມູນຄ່າ 380.000 USD ໂດຍນັກທຸລະກິດຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ຫວູກຸຍເຢືອງ ມອບໃຫ້, ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ