ກໍລະນີຮ້ອງຟ້ອງທາດພິດສີສົ້ມ: ສານອຸທອນ ປາຣີ ຈະອອກຄຳຕັດສິນໃນວັນທີ 22 ສິງຫາ

(VOVWORLD) - ບັນດາບໍລິສັດທາດເຄມີໄດ້ສະໜອງຢາຂ້າຫຍ້າໃຫ້ກອງທັບ ອາເມລິກາ ເພື່ອນຳໃຊ້ຢູ່ສະໜາມຮົບ ຫວຽດນາມ ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ແລະ ບໍ່ໄດ້ຮັບສິດ “ຍົກເວັ້ນ” ຍ້ອນຮັບໃຊ້ລັດ ອາເມລິກາ.
ກໍລະນີຮ້ອງຟ້ອງທາດພິດສີສົ້ມ: ສານອຸທອນ ປາຣີ ຈະອອກຄຳຕັດສິນໃນວັນທີ 22 ສິງຫາ - ảnh 1ທ່ານນາງ ເຈິ່ນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ
(ພາບ: TTXVN)

        ວັນທີ 07 ພຶດສະພາ, ສານອຸທອນ ປາຣີ ໄດ້ດຳເນີນວາລະປະຊຸມສານທີ່ກ່ຽວຂ້ອງເຖິງການຮ້ອງຟ້ອງທາງແຜ່ງລະຫວ່າງທ່ານນາງ ເຈິ່ນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ, ທີ່ຮ້ອງຟ້ອງ 14 ກຸ່ມບໍລິສັດທາດເຄມີນາໆຊາດ ທີ່ໄດ້ສະໜອງທາດພິດສີສົ້ມ/ດີໂອຊິນໃຫ້ກອງທັບ ອາເມລິກາ ເພື່ອນຳໃຊ້ໃນສົງຄາມຢູ່ ຫວຽດນາມ.

        ທີ່ປະຊຸມສານ, ທະນາຍຄວາມ 2 ທ່ານທີ່ອາສາສະໝັກໄດ້ຊ່ວຍທ່ານນາງ ເຈິນໂຕງາ ໃນກໍລະນີຮ້ອງຟ້ອງແມ່ນ Bertrand Repolt ແລະ William Bourdon ຖືວ່າ, ບັນດາບໍລິສັດທາດເຄມີໄດ້ສະໜອງຢາຂ້າຫຍ້າໃຫ້ກອງທັບ ອາເມລິກາ ເພື່ອນຳໃຊ້ຢູ່ສະໜາມຮົບ ຫວຽດນາມ ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ແລະ ບໍ່ໄດ້ຮັບສິດ “ຍົກເວັ້ນ” ຍ້ອນຮັບໃຊ້ລັດ ອາເມລິກາ. ບັນດາທະນາຍຄວາມຢືນຢັນວ່າ, ມີພະຍານຫຼັກຖານຢ່າງພຽງພໍຊີ້ໃຫ້ເຫັນວ່າ, ບັນດາວິສາຫະກິດນີ້ໄດ້ເຂົ້າຮ່ວມການປະມູນໂດຍສະໝັກໃຈ, ມີສິດຕັດສິນກ່ຽວກັບການຜະລິດ, ກໍຄືປະລິມານຂອງທາດພິດເຄມີໃນຢາຂ້າຫຍ້າ ທີ່ສະໜອງໃຫ້ກອງທັບ ອາເມລິກາ ໃນໄລຍະ 1961 – 1971 ຢູ່ ຫວຽດນາມ. ບັນດາການກະທຳດັ່ງກ່າວໄດ້ກໍ່ໃຫ້ເກີດຜົນພາຍຫຼັງຢ່າງຫົດຮ້າຍຕໍ່ມະນຸດ ແລະ ສິ່ງແວດລ້ອມຂອງ ຫວຽດນາມ, ເຊິ່ງໄດ້ແກ່ຍາວຮອດປະຈຸບັນ.

        ບັນດາຜູ້ພິພາກສາໄດ້ຮັບຮູ້ຄຳເຫັນຂອງແຕ່ລະຝ່າຍ ແລະ ໃຫ້ຮູ້ວ່າ, ຈະອອກຄຳຕັດສິນໃນວັນທີ 22 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ