ກໍລະນີຮ້ອງຟ້ອງທາດພິດສີສົມຢູ່ຝະລັ່ງ:ວາລະໂຕ້ຄວາມທຳອິດຈະດຳເນີນໃນວັນທີ3/3ຈະມາເຖິງ

ກໍລະນີຮ້ອງຟ້ອງທາດພິດສີສົມຢູ່ຝະລັ່ງ:ວາລະໂຕ້ຄວາມທຳອິດຈະດຳເນີນໃນວັນທີ3/3ຈະມາເຖິງ - ảnh 1
ນາງ ​ເຈີ່ນ​ໂຕ໋ງາ ຕອບສຳພາດຕໍ່ນັກຂ່າວຝະລັ່ງ
(ພາບ: TTXVN)

(vovworld) – ຜູ້​ພິພາກສາ​ເປັນປະທານວາລະ​ໂຕ້​ຄວາມ​ໃນວັນ​ທີ 07/01 ຢູ່​ສານ​ນະຄອນ Evry, ຊານ​ກຳ​ແພງ​ນະຄອນ Paris, ​ໄດ້​ກຳນົດ​ວັນ​ທີ 3/3 ຈະ​ດຳ​ເນີນວາລະ​ໂຕ​້ຄວາມ​ທຳ​ອິດ​ລະຫວ່າງທະນາຍຄວາມ​ຂອງ​ບັນດາ​ຝ່າຍ​ໃນ​ກໍລະນີ​ຮ້ອງ​ຟ້ອງບໍລິສັດ​ທາດເຄມີ ອາ​ເມ​ລິ​ກາ 26 ​ແຫ່ງ ​ແລະ ຝ່າຍ​ໂຈດແມ່ນ​ນາງ ​ເຈີ່ນ​ໂຕ໋ງາ ຜູ້​ປະສົບ​ເຄາະ​ຮ້າຍ​ທາດ​ພິດ​ສີ​ສົ້ມ / ດີ​ໂອ​ຊີ​ນ. ນີ້​ແມ່ນຂໍ້​ຕົກລົງ​ສຳຄັນ ​ທີ່​ອະນຸຍາດ​​ໃຫ້ກໍລະນີ​ຮ້ອງ​ຟ້ອງກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ພາຍຫລັງຖື​ກໂຈະ​ໄວ້​ເປັນ​ເວລາ​ຫລາຍ​ເດືອນ ຍ້ອນບັນດາລະບຽບ​ການດຳ​ເນີນ​ຄະດີ​ຖືກ​ແກ່ຍາວ. ​ເລື່ອງສານ​ນະຄອນ Evry ກຳ​ນົດວາລະ​ໂຕ້​ຄວາມ​ທຳ​ອິ​ດ​ຈະ​ດຳ​ເນີນໃນ​ວັນ​ທີ 3/3 ນັ້ນສະ​ແດງ​ໃຫ​້​ເຫັນ​ວ່າ ກໍລະນີ​ຮ້ອງ​ຟ້ອງ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ​ໄລ​ຍະ​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ບໍລິສັດ ອາ​ເມ​ລິ​ກາ ​ໃນ​ການ​ຜະລິດ​ທາດ​ເຄມີປະ​ເພດ​ຕ່າງໆ ທີ່ກໍ່​ຜົນ​ຮ້າຍ​ຢ້ອນ​ຫລັງ​ທີ່ຮ້າຍ​ແຮງ​ຕໍ່​ມະ​ນຸດ ​ແລະ ສິ່ງ​ແວດ​ລ້ອມຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ